ລາຍລະອຽດຂ່າວ
ກິດຈະກຳສະເຫຼີມສະຫຼອງວັນ ແລ່ນ-ລານ ເດັກນ້ອຍສາກົນ
ຂຽນເມື່ອ: 21/05/2023 20:05 | ໂດຍ: reporter | ອ່ານ: 272 ຄັ້ງ

      ກິດຈະກຳສະເຫຼີມສະຫຼອງວັນ ແລ່ນ-ລານ ເດັກນ້ອຍສາກົນ (Kids’ Athletics Day 2023) ປະຈຳປີ 2023, ໄດ້ຈັດຂຶ້ນໃນວັນທີ່ 18/5/23 ທີ່ ໂຮງຮຽນມັດທະຍົມສົມບູນ ນາຂ່າ ເມຶອງນາຊາຍທອງ

      ໂດຍກິດຈະກຳດັ່ງກ່າວ ເລີ່ມຈາກ ທ່ານ ສິດທີໄຊ ສັກປະເສີດ ຮອງປະທານສະຫະພັນກິລາ ແລ່ນ-ລານແຫ່ງຊາດລາວ ກ່າວຈຸດປະສົງໃນການຈັດກິດຈະກຳສະເຫຼີມສະຫຼອງວັນ ແລ່ນ-ລານເດັກນ້ອຍສາກົນ, ເຊິ່ງໄດ້ຈັດໃຫ້ມີການເຂົ້າຮ່ວມຂອງບັນດາເດັກນ້ອຍ ແລະ ຊາວໜຸ່ມນັກຮຽນ ພ້ອມບັນດາຄູ ອາຈານ ອາສາສະໝັກ ເຂົ້າມາເຮັດກິດຈະກຳການຫຼິ້ນ ແລ່ນ-ລານ ພ້ອມກັບການອອກກຳລັງກາຍອຶ່ນໆ ພາຍໃຕ້ຄຳຂວັນຂອງການສະເຫຼີມສະຫຼອງຂອງປີນີ້ຄື: ເຄື່ອນໄຫວ, ຫຼິ້ນ ແລະ ຄົ້ນຫາ(Move, Play, Explore)

  • ໃຫ້ເດັກນ້ອຍ ແລະ ຊາວໜຸ່ມໄດ້ຝຶກໄດ້ເຄື່ອນໄຫວຈາກຈຸດ A ໄປຫາ B;
  • ໃຫ້ເຂົາເຈົ້າໄດ້ຫຼິ້ນ ແລະ ຝຶກແອບນຳໝູ່ຄູ່ ຫຼື ນັກກິລາຄົນອື່ນໆ;
  • ໃຫ້ເຂົາເຈົ້າໄດ້ຊອກ ແລະ ສະແຫວງຫາທັກສະໃໝ່ໆ.

ໃນການຈັດກິດຈະກຳຄັ້ງມີມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆມີດັງນີ້:

  • ຄະນະບໍລິຫານງານສະຫະພັນແລ່ນ-ລານແຫ່ງຊາດ;
  • ທ່ານອຳນວຍການໂຮງຮຽນ ມສ ນາຂ່າ;
  • ອາດີດນັກກິລາໂອແລ່ມປິກ 2 ທ່ານ;
  • ຄູຝຶກທິມຊາດ 3 ທ່ານ;
  • ຄູ-ອາຈານໂຮງຮຽນ 4 ທ່ານ;
  • ອາສາສະມັກ ນັກສຶກສາຈາກ ສະຖາບັນກິລາ-ກາຍຍະກຳ 6 ນ້ອງ;
  • ເດັກນ້ອຍນັກຮຽນ ແລະ ຊາວໜຸ່ມ ໂຮງຮຽນ ມສ ນາຂ່າ ອາຍຸລະຫ່າງ 7-14 ປີ 70 ນ້ອງ.

      ນອກຈາກນັ້ນແລ້ວຍັງໄດ້ມີກິດຈະກຳທີ່ໄດ້ນຳມາຫຼິ້ນຄັ້ງນີ້ ປະກອບດ້ວຍ 10 ລາຍການ, ທີ່ມີການຫຼິ້ນ ແລະ ແຂ່ງຂັນເອົາຄະແນນ ສ້າງຄວາມຟົດຟື້ນ, ມວນຊື່ນ ແລະ ຫ້າວຫັນຕະຫຼອດກິດຈະກຳ, ຊຶ່ງປະກອບລາຍດ້ວຍ :

1.        ແລ່ນຂ້າມຮົ້ວ (Sprint Hurdle)

2.       ແລ່ນຊິກ-ແຊກ (Sprint Slalom)

3.       ຄ້ຳໄມ້ (Pole Flying)

4.       ແກວ່ງຢ່າງລົດ (Rotation throwing)

5.       ເຕັ້ນກະຕຸ້ນປະສາດ (Cross Hop)

6.       ຊັດຫຼາວເດັກນ້ອຍ (Kids’ Javelin)

7.       ແລ່ນຂັ້ນໄດ (Speed Ladder)

8.       ໂຍນບານຂ້າມຫົວ (Overhead Throwing)

9.       ແລ່ນວິບາກ (Formula 1)

10.      ແລ່ນທົນ (Endurance)

 

ພາບ ແລະ ຂໍມູນຈາກ: ຈະເລີນສຸກ ອ່າວອຸດົມພັນ