ລາຍລະອຽດຂ່າວ
ຮອງນາຍົກ ເນັ້ນໃຫ້ນັກກິລາລາວ ຍົກສູງນໍ້າໃຈຊາດ ເພື່ອບັນລຸເປົ້າ ໝາຍ 5 ຫຼຽນຄຳ “ພະນົມເປນ ເກມ 2023”
ຂຽນເມື່ອ: 28/04/2023 14:04 | ໂດຍ: reporter | ອ່ານ: 309 ຄັ້ງ

      ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນັ້ນໜັກໃຫ້ທັບນັກກິລາລາວ ຈຳນວນ 576 ຄົນ, ຍິງ 131 ຄົນ ໃນ 31 ປະເພດ ຍົກສູງນໍ້າໃຈຊາດ ເພື່ອບັນລຸເປົ້າໝາຍ 5 ຫຼຽນຄຳ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື “ພະນົມເປັນ ເກມ 2023” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ 2023 ເພື່ອສ້າງກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດຢ່າງພາກພູມໃຈ.

      ເນື່ອງໃນໂອກາດທີ່ລັດຖະບານ ໄດ້ຈັດພິທີສະຫຼຸບຜົນສຳເລັດຂອງທັບນັກກິລາລາວ ທີ່ສາມາດຍາດໄດ້ 2 ຫຼຽນຄຳ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ໃນງງານກິລາມະຫະກຳກິລາຊີເກມ ຄັ້ງທີ 31 ຫຼື “ຮ່າໂນ້ຍ ເກມ 2022” ພ້ອມທັງຖະແຫຼງຂ່າວ ກຽມເຂົ້າຮ່ວມແຂ່ງຂັນ “ພະນົມເປັນ ເກມ 2023” ເມື່ອບໍ່ດົນມານີ້ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ເນັ້ນໜັກໃຫ້ກະຊວງສຶກສາທິການ ແລະ ກິລາ ຈົ່ງສືບຕໍ່ເພີ່ມທະວີຊີ້ນຳ ນຳພາວຽກງານກິລາ-ກາຍະກຳຢ່າງໃກ້ຊິດຕິດແທດ ແລະ ທັນການກວ່າເກົ່າ ໂດຍເອົາວຽກງານກິລາສອດຫ້ອຍເຂົ້າໃນການຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາການສຶກສາ ໄລຍະ 2021-2025 ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງອອກໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.

      ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ກໍຍັງຮຽກຮ້ອງມາຍັງອົງການຈັດຕັ້ງທັງພາກລັດທຸກພາກສ່ວນ ກໍຄືການຈັດຕັ້ງມະຫາຊົນທັງສູນກາງ ແລະ ທ້ອງຖິ່ນ ຈົ່ງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນດ້ານເງື່ອນໄຂ ແລະ ສະພາບຄວາມເປັນຈິງ ເພື່ອພັດທະນາວຽກງານກິລາ-ກາຍະກຳ ນຳເອົາວຽກງານພັດທະນານີ້ສອດຫ້ອຍ ແລະ ຕິດພັນກັບການພັດທະນາຂະແໜງການຂອງຕົນ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ໃຫ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອໃນການສ້າງ ແລະ ພັດທະນາວຽກງານກິລາລະດັບສູງ ເພື່ອກ້າວສູ່ການເປັນອາຊີບ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີຄວາມຍືນຍົງ ກໍຄື ເຮັດໃຫ້ການພັດທະນາກິລາລາວໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ.

      ນອກຈາກນັ້ນ, ກໍຍັງຮຽກຮ້ອງມາຍັງທຸກພາກສ່ວນຂອງສັງຄົມ ຈົ່ງເພີ່ມທະວີການມີສ່ວນຮ່ວມຢ່າງເຂັ້ມແຂງໃນການເຂົ້າຮ່ວມຂະບວນກິລາໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການສະໜັບສະໜູນປະກອບສ່ວນທາງດ້ານສະຕິປັນຍາ-ເຫື່ອແຮງ ແລະ ຊັບສິນ ເພື່ອພັດທະນາວຽກງານດັ່ງກ່າວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງມີບາດກ້າວທີ່ພົ້ນເດັ່ນ ແລະ ສາມາດທຽບເທົ່າກັບສາກົນ ພ້ອມກັນເພີ່ມທະວີໃນການຮ່ວມມືກັບບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຕັ້ງອື່ນໆ ໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ ສົ່ງເສີມການພັດທະນາກິລາລາວ ໃຫ້ມີຄວາມຍືນຍົງ ແລະ ນັບມື້ໃຫ້ສູງຂຶ້ນ ພິເສດທີ່ສຸດອີກເທື່ອໜຶ່ງ ສຳລັບທັບນັກກິລາລາວ ທີ່ຈະເດີນທາງເຂົ້າຮ່ວມແຂ່ງຂັນງານກິລາຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ຂໍໃຫ້ທຸກຄົນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນເອງ, ມີສະຕິເຄົາລົບລະບຽບກົດໝາຍຂອງບ້ານເມືອງເພິ່ນ ເຂົ້າຮ່ວມແຂ່ງຂັນດ້ວຍຄວາມເບີກບານມ່ວນຊື່ນ ແລະ ປະຕິບັດກະຕິກາຕາມກົດລະບຽບສາກົນໄດ້ກຳນົດໄວ້ ແລະ ມີນໍ້າໃຈນັກກິລາຢ່າງສູງສົ່ງ ໂດຍຖືເອົາໂອກາດນີ້ ແລກປ່ຽນບົດຮຽນ-ປະສົບການ ຈັດສ້າງຄວາມສາມັກຄີມິດຕະພາບ ແລະ ສ້າງຄວາມຮັກແພງໃຫ້ກາຍເປັນຄອບຄົວໃຫຍ່ ໃນອາຊີຕາເວັນອອກສ່ຽງໃຕ້ ຮູ້ເສຍ ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ແລະ ພ້ອມກັນຍົກສູງນໍ້າໃຈຊາດ ສູ້ຊົນຢ່າງສຸດຂີດຍາດເອົາໄຊຊະນະ ຕາມເປົ້າໝາຍທີ່ກຳນົດໄວ້ 5 ຫຼຽນຄຳ ເພື່ອສ້າງກຽດສັກສີ ແລະ ຊື່ມາສູ່ປະເທດຊາດ ດ້ວຍຄວາມພາກພູມໃຈ.

ຂ່າວໂດຍ: ສົງການ ພັນແພງດີ. (ໜັງສືພິມ ສຶກສາ-ກິລາ)