ຄະນະຮັບຜິດຊອບຕ້ອນຮັບທວນໄຟຊີເກມ ຈັດກອງປະຊຸມຄົບຄະນະຮັບຜິດຊອບ ແລະ ອະນຸກຳມະການຝ່າຍຕ່າງໆ ເພື່ອຫ້າງຫາກະກຽມຄວາມພ້ອມຕ້ອນຮັບຂະບວນແລ່ນທວນໄຟ ງານມະຫະກຳກິລາກິລາຊີເກມ ຄັ້ງທີ 32 ແລະ ອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ຈະຈັດຂຶ້ນໃນວັນທີ 25 ເມສາ 2023 ທີ່ນະຄອນຫຼວງວຽງຈັນ ຊຶ່ງສປປ ລາວ ເປັນປະເທດສຸດທ້າຍ ຖັດຈາກປະເທດມຽນມາ ໂດຍຂະບວນແລ່ນໄດ້ມີການກຳນົດ 6 ຈຸດ ເລີ່ມແຕ່ສະຖານທູດກຳປູເຈຍ ຫາ ເດີ່ນພະທາດຫຼວງ.
ກອງປະຊຸມຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 21 ເມສາ 2022 ທີ່ຫ້ອງປະຊຸມ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ພາຍໃຕ້ການເປັນປະທານຂອງທ່ານ ສົມພູ ພົງສາ ຮອງປະທານຄະນກຳມະການໂອແລມປິກແຫ່ງຊາດລາວ, ມີບັນດາຮອງຫົວໜ້າກົມທີ່ກ່ຽວຂ້ອງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຄະນະຮັບຜິດຊອບໜ້າວຽກຕ່າງໆເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ, ກໍໄດ້ມີການປຶກສາຫາແຕ່ລະໜ້າວຽກ ເພື່ອປັບປຸງ ແລະ ແກ້ໄຂຕາມເນື້ອໃນທີ່ໄດ້ກຳນົດໄວ້ໃຫ້ແທດເໝາະກັບເງື່ອນໄຂຕົວຈິງ ຊຶ່ງງານດັ່ງກ່າວ ກໍໄດ້ມີການກຳນົດການກະກຽມຕ້ອນຮັບຂະບວນແລ່ນທວນໄຟ ກຽມມາແລ່ນຢູ່ ສປປ ລາວ ກໍຄື ນະຄອນຫຼວງວຽງຈັນ ຊຶ່ງເປັນປະເທດສຸດທ້າຍຂອງອາຊຽນ ກ່ອນທາງທູດກິລາຊີເກມ ຈະນຳກັບໄປກະກຽມເຂົ້າສູ່ພິທີເປີດ 2 ງານດັ່ງກ່າວ ຢ່າງເປັນທາງການ ສຳລັບການແລ່ນ ຂະບວນທວນໄຟຊີເກມ ຈະເລີ່ມແຕ່ສະຖານທູດກຳປູເຈຍ ເຖິງເດີ່ນພະທາດຫຼວງ ດ້ວຍໄລຍະທາງ 5,5 ກິໂລແມັດ ແລະ ກໍານົດຈຸດນັກກິລາແລ່ນ 6 ຈຸດ ສຳລັບຈຸດທີ 1 ແມ່ນຈະແລ່ນຈາກສານປະຊາຊົນສູງສຸດ ຫາ ວັດສີເມືອງ ໄລຍະທາງ 1.000 ແມັດ, ຈຸດທີ 2 ຈາກວັດສີເມືອງ ຫາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄລຍະທາງ 1.200 ແມັດ, ຈຸດທີ 3 ກະຊວງເຕັກໂນໂລຊີ ແລະ ການສື່ສານ ຫາ ກະຊວງກະສິກຳ ແລະ ປ່າໄມ້ ໄລຍະທາງ 1.000 ແມັດ, ຈຸດທີ 4 ກະຊວງກະສິກຳ ແລະ ປ່າໄມ້ ຫາ ທະນາຄານອິນດູຈີນ ໄລຍະທາງ 1.000 ແມັດ, ຈຸດທີ 5 ຈາກທະນາຄານອິນດູຈີນ ຫາປະຕູໂຂງທາດຫຼວງ ໄລຍະທາງ 1.000 ແມັດ ແລະ ຈຸດທີ 6 ຈາກປະຕູໂຂງທາດຫຼວງ ຫາ ຕໍ່ໜ້າພະທາດຫຼວງ ໄລຍະທາງ 300 ແມັດ ຊຶ່ງຈະນຳໃຊ້ນັກກິລາທີ່ເປັນຊາວກຳປູເຈຍ ທີ່ມາສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ ຈຳນວນ 50 ຄົນ ແລະ ນັກກິລາທີມຊາດ ຈຳນວນ 20 ຄົນ, ໃນນັ້ນ ຈະມີຂະບວນການນັກກິລາຄົນພິການທີມຊາດ ຈະໄດ້ຖືທວນໄຟຊີເກມ ໃນຈຸດສຸດທ້າຍ.
ສຳລັບຂະບວນແລ່ນທວນໄຟດັ່ງກ່າວ ຈະບໍ່ໄດ້ແລ່ນຜ່ານພຽງແຕ່ປະເທດດຽວ ກໍຄື ປະເທດບຣູໄນ ຊຶ່ງໄດ້ເລີ່ມຈາກປະເທດຫວຽດນາມ ໃນວັນທີ 22 ມີນາ 2023, ໄປປະເທດຟິລິບປິນ ໃນວັນທີ 25 ມີນາ 2023, ປະເທດອິນໂດເນເຊຍ ໃນວັນທີ 29 ມີນາ 2023, ປະເດທຕີມໍ ເລດເຕີ 2-3 ເມສາ 2023, ປະເທດມາເລເຊຍ 5 ເມສາ 2023, ປະເທດສິງກະໂປ ວັນທີ 12 ເມສາ 2023, ປະເທດໄທ ວັນທີ 15 ເມສາ 2023, ປະເທດມຽນມາ ວັນທີ 19 ເມສາ 2023 ແລະ ສປປ ລາວ ໃນວັນທີ 25 ເມສາ 2023ນີ້.
ຂ່າວໂດຍ: ສົງການ ພັນແພງດີ (ໜັງສືພິມ ສຶກສາ-ກິລາ)
