ລາຍລະອຽດຂ່າວ
ແຊ໋ມເກົ່າ ມາດຣິດ ຍັງໄວ້ລາຍ ປາບ ເຊວຊີ 2-0... ມິລານ ພິກລ໋ອກສອຍ ນາໂປລີ 1-0 ໃນແຊ໋ມປ້ຽນລີກ!
ຂຽນເມື່ອ: 13/04/2023 11:04 | ໂດຍ: reporter | ອ່ານ: 273 ຄັ້ງ

      "ຣີອາລ ມາດຣິດ" ແຊ໋ມເກົ່າປີທີ່ແລ້ວ ແລະ ອະດີດແຊ໋ມ 14 ສະໄໝ ເປີດສະໜາມເບີນາບິວ ປາບທີມດັງຈາກລອນດອນ "ເຊວຊີ" 2-0 ເກັບສາມແຕ້ມມີຄ່າໄປກ່ອນ ຂະນະທີ່ ອີກໜຶ່ງຄູ່ເສິກສາຍເລືອດໃນອິຕາລີ  ເກີດການພິກລ໋ອກເລັກນ້ອຍ ເມື່ອ "ເອຊີ ມິລານ" ສອຍ "ນາໂປລິ" ທີມຈ່າຝູງໃນກັນໂຊ ຊີ້ຣີເອ 1-0

      ເກມຢູຟາ ແຊ໋ມປ້ຽນລີກ ຮອບກ່ອນຮອງຊະນະເລີດ ຫຼື 8 ທີມສຸດທ້າຍ ນັດແຮກ ຄືນຜ່ານມາມີການແຂ່ງຂັນກັນສອງຄູ່ ໂດຍ ແຊ໋ມເກົ່າ ຣີອາລ ມາດຣິດ, ຮອງຈ່າຝູງໃນລາລີກາສະເປນ ເປີດບ້ານຮັບການມາຢາມຂອງ ເຊວຊີ ທີມອັນດັບທີ 11 ຈາກອັງກິດ ແລະ ອີກໜຶ່ງຄູ່ເປັນການພົບກັນເອງຂອງສອງທີມຈາກກັນໂຊ ຊີ້ຣີເອ ໃນອິຕາລີ ເອຊີ ມິລານ ທີມອັນດັບ 4 ພົບກັບ ນາໂປລີ, ທີມຈ່າຝູງ.

      ຜົນການແຂ່ງຂັນປະກົດວ່າວ່າ ທີມເຈົ້າບ້ານເປັນຝ່າຍເກັບໄຊໄດ້ກ່ອນທັງສອງທີມ ໂດຍ ຣີອາລ ມາດຣິດ ໄດ້ສອງປະຕູຈາກ ກາຣິມ ເບນເຊມາ ໃນນາທີໆ 21 ແລະ ມາໂກ ອາເຊນຊີໂອ ນາທີໆ 74 ຂະນະທີ່ ເຊວຊີ ນອກຈາກທັບໄຂ່ບໍ່ແຕກແລ່ວ ຍັງສັງເວຍໃບແດງອີກ 1 ໃບ ຈາກ ເບັນ ຊີເວວ ໃນນາທີໆ 59. ຂະນະທີ່ ເອຊີ ມິລານ ໄດ້ປະຕູໂທນຈາກ ອິສມາເອລ ເບັນນັກເກີ ໃນນາທີໆ 40. ເກມນີ້ມີການແຈກບັດເຫຼືອງກັນເຖິງ 7 ບັດ ແລະ 1 ໃບແດງ ເປັນຂອງນາໂປລີ.

      ທັງສູ່ຄູ່ ຈະຕ້ອງກັບໄປລ້າງຕາກັນອີກໃນວັນອັງຄານໜ້າ;

ໂດຍ: ຟຣີຄິກ