ລາຍລະອຽດຂ່າວ
ເຮືອໃບ ເປີດບ້ານຖະຫຼົ່ມ ເສືອໃຕ້ ໄປກ່ອນໃນນັດແຮກ ແຊ໋ມປ້ຽນລີກ ຮອບ 8 ທີມ!
ຂຽນເມື່ອ: 12/04/2023 08:04 | ໂດຍ: reporter | ອ່ານ: 261 ຄັ້ງ

ທີມເຮືອໃບສີຟ້າ "ແມນເຊສເຕີ ຊີຕີ້" ຈາກອັງກິດ ເປີດບ້ານຖະຫຼົ່ມ ເສືອໃຕ້ "ບາເຢິນ ມິວນິກ" ຈາກເຢຍລະມັນໄປແບບຂາດຮອຍ 3-0 ເກັບໄຊກຳຄວາມໄດ້ປຽບໄປກ່ອນໃນນັດແຮກ ເສິກຢູຟາ ແຊ໋ມປ້ຽນລີກ ຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມສຸດທ້າຍ ໃນຄືນຜ່ານມາ.

      ແມນ ຊີຕີ້ ທີມຮອງຈ່າຝູງໃນພຣີເມຍລີກອັງກິດ ເປີດບ້ານຮັບການມາຢາມຂອງທີມຈ່າຝູງເຢຍລະມັນ ບາເຢິນ ມິວນິກ ເຊິ່ງເກມໃນເຄິ່ງແຮກ ຍັງອອກສູສີ ແຕ່ ແມນ ຊີຕີ້ ໄດ້ປະຕູຂຶ້ນນຳໄປກ່ອນ ໃນນາທີໆ 27 ຈາກ ໂຣດຣີ ເອີນັນເດສ. 

      ເຂົ້າມາໃນເຄິ່ງຫຼັງ ແມນ ຊີຕີ້ ແກ້ເກມ ໄດ້ດີກວ່າ ບວກກັບໄດ້ສຽງເຊຍຈາກແຟນບານເຈົ້າຖິ່ງ ເຮັດໃຫ້ ແມນ ຊີຕີ້ ຄຸມເກມໄດ້ເໜືອກວ່າ ແລະ ມີໂອກາດສ້າງໂອກາດເຂົ້າໄປຍິງປະຕູອີກຫຼາຍຄັ້ງ ຈົນມາໄດ້ປະຕູທີສອງເພີ່ມ ໃນນາທີໆ 70 ຈາກ ເບີນາໂດ ຊິນວາ ກ່ອນທີ່ ເອີລິ້ງ ຮາແລນ ຈະມາຍິງປິດເກມໄດ້ໃນນາທີ 76.

      ເວລາທີ່ເຫຼືອ ຍັງເປັນເຈົ້າບ້ານມີໂອກາດທີ່ຈະໄດ້ປະຕູເພີ່ມອີກ ແຕ່ກໍເຮັດຫຍັງບໍ່ໄດ້ ຈົບເກມ ແມນ ຊີຕີ້ ຖະຫຼົ່ມ ບາເຢິນ ມິວນິກ  3-0 ເກັບໄຊໄດ້ປຽບໄປກ່ອນໃນເກມນັດແຮກ ກ່ອນທີ່ຈະກັບໄປຢາມ ເຢຍລະມັນ ໃນອາທິດໜ້າ.

ໂດຍ: ຟຣີຄິກ