ປືນໃຫຍ່ ອາເຊນອລ ຍັງແຮງບໍ່ຢຸດ ຫຼັງຈາກນັດຫຼ້າສຸດທ້າຍອາທິດຜ່ານມາ ຖະຫຼົ່ມ ລີດສ໌ ຢູໄນເຕັດ ໄປແບບຂາດຮອຍ 4-1 ເກັບໄດ້ອີກ 3 ແຕ້ມ ລວມເປັນ 72 ຄະແນນ ຫຼັງຈາກລົງຫຼິ້ນແລ້ວທັງໝົດ 29 ເກມ ນຳເປັນຈ່າຝູງພຣີເມຍລີກ ອັງກິດ ຕໍ່ໄປ ໂດຍໜີຫ່າງຮອງຈ່າຝູງ ແມນ ຊີຕີ້ 8 ຄະແນນ ແຕ່ແຂ່ງຫຼາຍກວ່າ 1 ເກມ.
ສ່ວນ ແມນ ຢູໄນເຕັດ ແລະ ເຊວຊີ ພ້ອມໃຈກັນແຜ່ວ ໂດຍ ແມນຢູ ຖືກນິວຄາສເຊິນ ສອຍຊະນະ 2-0 ພ້ອມທັງແຊງອັນດັບສາມໄປຄອງ ຂະນະທີ່ ເຊວຊີ ກໍບໍ່ຍອມນ້ອຍໜ້າ ປະລາໄຊໃຫ້ ແອັສຕັນ ວິລລາ ຄາບ້ານ 0-2 ພ້ອມທັງຫຼົ້່ນລົງໄປຢູ່ອັນດັບທີ 11 ຂອງຕາຕະລາງ. ຍິ່ງໄປກວ່ານັ້ນ ຜູ້ຈັດການທີມຍັງຖືກໄລ່ອອກທັນທີ!
*ສະລຸບຕາຕະລາງຄະແນນພຣີເມຍລີກ ອັງກິດ ຫຼ້າສຸດ ວັນທີ 3 ເມສາ 2023:
ອັນດັບ |
ທີມ |
ແຂ່ງ |
ຊະນະ |
ສະເໝີ |
ເສຍ |
ປະຕູ |
ຄະແນນ |
1 |
ອາເຊນອລ |
29 |
23 |
3 |
3 |
70:27 |
72 |
2 |
ແມນ ຊີຕີ |
28 |
20 |
4 |
4 |
71:26 |
64 |
3 |
ນິວຄາສເຊິນ |
27 |
13 |
11 |
3 |
41:19 |
50 |
4 |
ສະເປີ |
29 |
15 |
5 |
9 |
53:41 |
50 |
5 |
ແມນ ຢູໄນເຕັດ |
27 |
15 |
5 |
7 |
41:37 |
50 |
ໂດຍ: ຟຣີຄິກ
