ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ທັງເປັນນັກກິລາແລ່ນອາຊີບ ກາຍເປັນນັກກິລາແລ່ນແມ່ຍິງລາວຄົນທຳອິດ ທີ່ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນໃນວົງການກິລາແລ່ນລາວ ດ້ວຍການສ້າງສະຖິຕິຄອງແຊ໋ມງານແລ່ນ ວຽງຈັນ ຮາບ ມາຣາທອນ ນານາຊາດ 2023 ເຖິງ 4 ສະໄໝຕິດຕໍ່ກັນ ຊຶ່ງລາຍການດັ່ງກ່າວມີນັກກິລາຈາກ 51 ປະເທດເຂົ້າຮ່ວມແຂ່ງຂັນ.
ລາຍການດັ່ງກ່າວສາມາດດຶງດູດນັກກິລາແລ່ນ ທັງໝົດ ຫຼາຍກ່ວາ 3.000 ຄົນເຂົ້າຮ່ວມ ການແລ່ນໄດ້ແບ່ງອອກເປັນ 3 ໄລຍະທາງ ຄື: 21 ກິໂລແມັດ, 10 ກິໂລແມັດ ແລະ 5 ກິໂລແມັດ, ໂດຍສະເພາະໃນໄລຍະ 10 ກິໂລແມັດ ແມ່ນໄດ້ຮັບຄວາມນິຍົມສູງສຸດ ແລະ ມີຜູ້ສະໝັກ ເຂົ້າແລ່ນຫຼາຍກ່ວາ 50% ຂອງຈໍານວນນັກແລ່ນ ທັງໝົດ. ນອກຈາກນັກແລ່ນ ຈາກພາຍໃນປະເທດແລ້ວ ງານແລ່ນ ວຽງຈັນ ຮາບມາຣາທອນ ນານາຊາດ ຍັງສາມາດດຶງດູດນັກແລ່ນ ຈາກ 51 ປະເທດ ເຂົ້າມາຮ່ວມແລ່ນ ກວມເອົາປະມານ 20% ຂອງຈໍານວນນັກແລ່ນທັງໝົດ ໂດຍສະເພາະ ນັກແລ່ນຈາກປະເທດໄທ, ຍີ່ປຸ່ນ, ສະຫະລັດອາເມຣິກາ, ຟິລິປິນ ແລະ ສປ ຈີນ.
ສໍາລັບຜົນການແຂ່ງຂັນແລ່ນ ໂດຍສະເພາະ 2 ລາຍການ ໄລຍະ 21 ກິໂລແມັດຊາຍ-ຍິງ ແລະ ໄລຍະ 10 ກິໂລແມັດຍິງ-ຊາຍ ໃນນີ້ໄລຍະ 21 ກິໂລແມັດຊາຍ ແຊ໋ມຕົກເປັນຂອງທ້າວ ເຈມ ຄາຣານຊາ ກິຄຸງກາ (James Karanza Gikunga) ອາຍຸ 32 ປີ ຈາກປະເທດເຄນຢາ ເຮັດເວລາໄດ້ 1:10:47. ສ່ວນປະເພດຍິງ ຕົກເປັນຂອງ ນາງ ລົດແກ້ວ ອິນທະກຸມມານ ຈາກ ສປປ ລາວ ເຮັດເວລາໄດ້ 1:27:25; ແຊ໋ມແລ່ນ ໄລຍະ 10 ກິໂລແມັດຊາຍ-ຍິງ ເປັນຂອງທ້າວ ສີສະຫວັນ ທໍາມະວົງຈິດ ແລະ ນາງ ພຸດທະລັດ ອິນນຸດ ນັກກິລາຈາກ ລາວ.
ຂໍ້ມູນໂດຍ ສົງການ ພັນແພງດີ, ໜັງສືພິມສຶ ກິລາ-ກິລາ
ຟຣີຄິກ ຮຽບຮຽງ


