ສປປ ລາວ ໄດ້ມີການເອີ້ນຕົວ 18 ນັກກິລາເຊື້ອຊາດລາວ ເຊິ່ງມາຈາກສະຫະລັດ ອາເມຣິກາ 9 ຄົນ, ຝຣັ່ງ 8 ຄົນ ແລະ ລູກຊອດ ລາວ-ໄທ 1 ຄົນ ນຳໂດຍ ອາລິຍາ ພູນສະຫວັດ ນັກກິລາລົດຖີບ, ໄມເຄິນ ວ່າງ ນັກກິລາບານເຕະ ລວມເຖິງ ສິດທິເດດ ສັກບ່ຽງ ນັກກິລາສະນຸກເກີ ທີ່ສ້າງປະຫວັດສາດຄວ້າຫຼຽນຄຳໃຫ້ທັບນັກກິລາລາວ ໃນຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ປີ 2017 ເພື່ອກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ພະນົມເປນ, ປະເທດກຳປູເຈຍ ຫຼື "ພະນົມເປນ ເກມ" ລະຫວ່າງວັນທີ 5-17 ພຶດສະພານີ້.
ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ ວ່າ: ສຳລັບງານມະຫະກຳກິລາຊີເກມ ຄັ້ງທີ 32 ຫຼື ພະນົມເປນ ເກມ ທີ່ປະເທດກຳປູເຈຍ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 5-17 ພຶດສະພາ 2023 ນີ້, ສປປ ລາວເຮົາ ຈະໄດ້ນັກກິລາເຊື້ອຊາດລາວ ສັນຊາດຕ່າງປະເທດ ມາຊ່ວຍ ເຖິງ 18 ຄົນ, ໃນນັ້ນມາຈາກສະຫະລັດ ອາເມຣິກາ 9 ຄົນ, ປະເທດຝຣັ່ງ 8 ຄົນ ແລະ ລູກຊອດ ລາວ-ໄທ 1 ຄົນ ຊຶ່ງນັກກິລາທັງໝົດນີ້ ໄດ້ມາຊ່ວຍລາວເຮົາແມ່ນຖືກຕ້ອງຕາມກົດໝາຍກິລາ-ກາຍະກຳ ໂດຍແມ່ນທາງລັດຖະບານໄດ້ຕົກລົງເຫັນດີ ແລະ ຖືກຕ້ອງຕາມກົດບັດຂອງສາກົນ ທີ່ກຳນົດອະນຸຍາດຮ່ວມແຂ່ງຂັນໃນລະດັບ ຊີເກມ ແລະ ເອຊຽນ ເກມ ຊຶ່ງເປັນເຊື້ອຊາດລາວ ແຕ່ບໍ່ໄດ້ເປັນນັກກິລາທີມຊາດ ໃຫ້ຊາດຕ່າງໆ ແມ່ນສາມາດມາຊ່ວຍບ້ານເກີດເມືອງນອນໄດ້.
ສຳລັບນັກກິລາ ຈຳນວນ 18 ຄົນ ປະກອບມີ ທ້າວ ສະຕີເວັນ ອິນສີຊຽງໃໝ່ (Steven Insixiengmay) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ, ນາງ ອາເຣຍນາ ເຊົາທາ ເດິຊວາເກີ (Ariana Southa Dirkzwager) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ, ນາງ ອາດທິດ ມາລີ ເດິຊວາເກີ (Astid Malee Dirkzwager) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ, ນາງ ແອງເຈລິນາ ເບວລາ ເມດຊີນາ (Angelina Bella Messina) ນັກກິລາລອຍນ້ຳຈາກສະຫະລັດອາເມຣິກາ, ນາງ Clemence-June FRAZEY ນັກກິລາຢູໂດ ຈາກປະເທດຝຣັ່ງ, ທ້າວ ເຄວນຕິນ ໄຊຊະນະ ຈອບຟຣອຍ (Quentin Saysana GEOFFROY) ນັກກິລາຟັນດາບຈາກປະເທດຝຣັ່ງ, ທ້າວ ເທໂອ ແກຣນ (Theo KLEIN) ນັກກິລາເຕະບານ ຈາກປະເທດຝຣັ່ງ, ທ້າວ ໂຣມັນ ອານຸສອນ ອັງໂກດ (Roman Anousone Angot) ນັກກິລາເຕະບານຈາກປະເທດຝຣັ່ງ, ທ້າວ ເກດແກ້ວ ພົມພອນ ຫຼື Billy Ketkeo phomphone ນັກກິລາເຕະບານຈາກປະເທດຝຣັ່ງ, ທ້າວ Victor Saysanath Ngovinasack ນັກກິລາເຕະບານ ຈາກສະຫະລັດອາເມຣິກາ, ທ້າວ ໄມເຄິນ ວ່າງ (Michael Vang) ນັກກິລາເຕະບານຈາກສະຫະລັດອາເມຣິກາ, ທ້າວ ດິວລອນ ແຄມເບວ (Dillon Campbell) ນັກກິລາມວຍປໍ້າ ຈາກສະຫະລັດອາເມຣິກາ ກຳລັງປະສານງານເອົາຂໍ້ມູນປະກອບຟອມ, ທ້າວ Walter Sarnoi OUPATHANA ນັກກິລາມວຍສາກົນ ຈາກສະຫະລັດອາເມຣິກາ ໄດ້ທຶນໂອແລມປິກສາກົນ, ນາງ Fanny Malissa Cauchois-one ນັກກິລາລົດຖີບ ຈາກປະເທດຝຣັ່ງ ໄດ້ທຶນໂອແລມປິກສາກົນ, ທ້າວ ອາລິຍາ ພູນສະຫວັດ (ARIYA Phounsavath) ນັກກິລາລົດຖີບ ຈາກປະເທດຝຣັ່ງ ໄດ້ທຶນໂອແລມປິກສາກົນ, ທ້າວ Dimitri KYTTANASILALACK ນັກກິລາຄິກບ໋ອກຊິ້ງ ຈາກປະເທດຝຣັ່ງ ແລະ ທ້າວ ສິດທິເດດ ສັກບ່ຽງ ນັກກິລາສະນຸກເກີ ລູກຊອດ ລາວ-ໄທ.
ຂໍ້ມູນ ແລະ ພາບ ໂດຍ: ສົງການ ພັນແພງດີ, ໜັງສືພິມສຶກສາ-ກິລາ ລາຍວັນ
(ຟຣີຄິກ ຮຽບຮຽງ)



