ລາຍລະອຽດຂ່າວ
ແມນ ຊີຕີ້ ລຽນໜ້າຍິງຂາດ ລີເວີພູລ 4-1
ຂຽນເມື່ອ: 01/04/2023 22:04 | ໂດຍ: reporter | ອ່ານ: 110 ຄັ້ງ

      ອາວາເຣສ, ເດິະ ບຣອຍ, ກູໂດກັນ ແລະ ກຣີລິຊ ລຽນໜ້າຍິງບໍ່ຊໍ້າກັນ ພາ ເຮືອໃບສີຟ້າ "ແມນເຊັສເຕີ ຊີຕີ້ " ເປີດບ້ານຖະຫຼົ່ມ ຫົງແດງ "ລີເວີພູລ" ໄປແບບບໍ່ເຫັນຝຸ່ນ 4-1 ພ້ອມທັງເກັບສາມແຕ້ມສຳຄັນ ໃນເກມພຣີເມຍລີກ ຄູ່ແຮກຄືນວັນເສົາ.

      ພຣີເມຍລີກ ເລີ່ມກັບມາແຂ່ງກັນໃໝ່ ໃນຄືນວັນເສົາ ຫຼັງຈາກຫຼີກທາງໃຫ້ທົວນາເມັນທີມຊາດ ຫຼື ຟີຟາເດ ໂດຍຄູ່ແຮກເປັນຄູ່ບິກແມັຊ ລະຫວ່າງຮອງຈ່າຝູງ  ແມນເຊສເຕີ ຊີຕີ້ ທີ່ເປີດບ້ານຮັບການມາຢາມຂອງ ລີເວີພູລ ທີມອັນດັບ 6 ເຊິ່ງເກມນັດນີ້ລ້ວນແຕ່ມີຄວາມໝາຍສຳຄັນໃຫ້ກັບທັງສອງທີມ ໂດຍສະເພາະ ແມນ ຊີຕີ້ ທີ່ກຳລັງໄລ່ຈີ້ຈ່າຝູງອາເຊນອລ ເພື່ອລ່າແຊ໋ມ ສ່ວນ ລີເວີພູລ ກໍພະຍາຍາມທີ່ຈະໃຫ້ຕິດທ໊ອບໂຟ ເພື່ອໄດ້ໄປຫຼິ້ນແຊ໋ມປ້ຽນລີກ ຫຼື ຢ່າງໜ້ອຍກໍ ຢູໂຣປາ ລີກ ໃນລະດູການໜ້າ.

      ເປີດເກມມາໄດ້ 17 ນາທີ ແຟນບານເຈົ້າບ້ານຕ້ອງງຽບສະຫງົບ ຫຼັງຈາກລີເວີພູລ ໄດ້ຍິງຂຶ້ນນຳອອກໄປກ່ອນ 1-0 ຈາກ ໂມຮຳເມັດ ຊາຣາ. ແຕ່ດີໃຈໄດ້ພຽງ 10 ນາທີ, ແມນ ຊີຕີ ກໍຕີສະເໝີໄດ້ເປັນ 1-1​ ຈາກ ຈູລຽນ ອາວາເຣສ ໃນນາທີ 27 ກ່ອນຈະຈົບເຄິ່ງແຮກ ດ້ວຍຜົນສະກໍດັ່ງກ່າວ.

      ເລີ່ມເຄິ່ງຫຼັງ ມາພຽງ 2 ນາທີ ຄືນາທີໆ 47 ເຄວິນ ເດະບຣອຍ ກໍມີຍິງໜີໃຫ້ເຈົ້າບ້ານອອກໄປເປັນ 2-1. ຫຼັງຈາກເສຍປະຕູທີສອງ ລີເວີພູລ ກໍຕົກເປັນຮອງຢ່າງຊັດເຈນ  ກາຍເປັນບານໄດ້ໃຈ ແມນ ຊີຕີ້ ຄອງບານຫຼິ້ນຢູ່ຝ່າຍດຽວ ແລະ ປະຕຄູທີ 3 ແລະ 4 ກໍໄຫຼມາແບບຜູ້ຍິງບໍ່ຊໍ້າໜ້າກັນ ອີໄກ ກູໂດກັນ ຍິງນາທີໆ 53 ແລະ ປິດທ້າຍດ້ວຍ ແຈ໋ກ ກຣີລິສ ນາທີໆ 74. 

      ຈົບເກມ ແມນ ຊີຕີ້ ຖະຫຼົ່ມ ລີເວີພູລ ໄປຂາດຮອຍ 4-1 ເກັບສາມແຕ້ມສຳຄັນໄດ້ສຳເລັດ ລວມເປັນ 64 ຄະແນນ ຈາກການລົງຫຼິ້ນ 28 ເກມ ຢູ່ອັນດັບສອງ ຍັງຫ່າງ 5 ແຕ້ມ ຈາກຈ່າຝູງ ອາເຊນອລ ທີ່ມີຢູ່ 69 ຄະແນນ ກ່ອນທີ່ ອາເຊນອລ ຈະລົງແຂ່ງຄູ່ຕໍ່ໄປ ຂະນະທີ່ ລີເວີພູລ ຍັງຢູ່ທີ 42 ຄະແນນເໝືອນເດີມ.

ໂດຍ: ຟຣີຄິກ