ສະຫະພັນບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ປະກາດຖອດ ອິນໂດເນເຊຍ ອອກຈາກການເປັນເຈົ້າພາບ ລາຍການ ຊີງແຊ໋ມໂລກ ຢູ-20 ຮອບສຸດທ້າຍ ຢ່າງເປັນທາງການແລ້ວ ຫຼັງຈາກເກີດການປະທ້ວງຢ່າງໜັກຂອງປະຊາຊົນຊາວອິນໂດເນເຊຍ ທີ່ບໍ່ຕ້ອງການໃຫ້ ປະເທດອິສຣາແອລ ເຂົ້າຮ່ວມ!
ຟີຟາ ໄດ້ອອກມາປະກາດຢືນຢັນໃນຄືນວັນທີ 29 ມີນາ ຕາມເວລາໃນບ້ານເຮົາວ່າ ຟີຟາໄດ້ຕັດສິນໃຈຖອດ ອິນໂດເນເຊຍ ອອກຈາກການເປັນເຈົ້າພາບເຕະບານໂລກ ຢູ-20 ຮອບສຸດທ້າຍ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 20 ພຶດສະພາ ຫາວັນທີ 11 ມິຖຸນາ 2023 ຈະເຖິງນີ້.
ຖະແຫຼງການຂອງຟີຟາ ລະບຸວ່າ: "ຈາກສະຖານະການທີ່ເກີດຂຶ້ນໃນຕອນນີ້ ເຮັດໃຫ້ຟີຟາຕັດສິນໃຈທີ່ຈະຖອດອິນໂດເນເຊຍ ອອກຈາກການເປັນເຈົ້າພາບ ເຕະບານໂລກ ຢູ-20 ປີ 2023 ແລະ ຈະມີການປະກາດປະເທດເຈົ້າພາບໃໝ່ໃຫ້ຮູ້ໃນໄວໆນີ້. ສ່ວນວັນເວລາຂອງການແຂ່ງຂັນຍັງບໍ່ມີການປ່ຽນແປງ ແລະ ນອກຈາກນີ້ ຍັງອາດຈະມີການພິຈາລະນາບົດລົງໂທດ ສະຫະພັນບານເຕະອິນໂດເນເຊຍ (PSSI) ຕາມຫຼັງ".
ຫຼ້າສຸດ, ປະທານສະຫະພັນບານເຕະອິນໂດເນເຊຍ ກໍໄດ້ອອກມາເປີດເຜີຍວ່າ: "ຂ້າພະເຈົ້າໄດ້ພະຍາຍາມຢ່າງເຕັມທີ່ແລ້ວ ເພື່ອປຶກສາຫາລືກັບປະທານຟີຟາ ທີ່ນະຄອນຫຼວງໂດຮາ, ປະເທດກາຕາ, ເມື່ອວັນພຸດຜ່ານມາ ເພື່ອປ້ອງກັນການເປັນເຈົ້າພາບໃນຄັ້ງນີ້. ແຕ່ເຮົາຕ້ອງຍອມຮັບການຕັດສິນໃຈຂອງຟີຟາ ໃນການຍົກເລີກການຈັດງານທີ່ເຮົາທັງຄູ່ທີ່ລໍຄອຍ. ມັນເປັນອຳນາດຂອງຟີຟາ ໃນຖານະເປັນອົງກອນສູງສຸດຂອງບານໂລກ ທີ່ມີສະມາຊິກ 211 ປະເທດ ຈາກສ່ວນຕ່າງໆຂອງໂລກ ຊຶ່ງເຮົາບໍ່ອາດຈະປະຕິເສດໄດ້ອີກ".
ເຫດຜົນການຍົກເລີກເຈົ້າພາບໃນຄັ້ງນີ້ ສືບເນື່ອງມາຈາກຄວາມວຸ້ນວາຍ ກ່ອນພິທີຈັບສະຫຼາກແບ່ງສາຍລາຍການດັ່ງກ່າວ ທີ່ເກາະບາຫຼີ, ຈົນຕ້ອງຖືກຍົກເລີກໄປ ຈາກກໍລະນີທີ່ມີຄວາມຂັດແຍ່ງ ລະຫວ່າງ ອິສຣາເອລ ກັບ ປາເລັສຕາຍ ຂະນະທີ່ ອິນໂດເນເຊຍ ໃນຖານະປະເທດມຸສລິມ ແມ່ນຢືນຢູ່ຂ້າງປາເລັສຕາຍ ຊຶ່ງສົ່ງຜົນໃຫ້ຟີຟາ ຕ້ອງຈັດການປະຊຸມກັບສະຫະພັນບານເຕະອິນໂດເນເຊຍ ແລະ ມີຄຳເຫັນໃຫ້ຍົກເລີກໃນຄັ້ງນີ້.
ນັບເປັນໜ້າເສຍດາຍເປັນຢ່າງຍິ່ງຂອງຊາວອາຊຽນ ທີ່ຈະບໍ່ໄດ້ເຫັນເຕະບານໂລກ ຮອບສຸດທ້າຍ ຢູ-2ໄ ເກີດຂຶ້ນໃນພູມີພາກນີ້.
ໂດຍ: ຟຣີຄິກ

