ລາຍລະອຽດຂ່າວ
"ແມັກໂທມີເນ" ເບິ້ນໃຫ້ ສະກ໋ອດແລນ ພິກລ໋ອກ ຊະນະ ສະເປນ 2-0...ຊີງແຊ໋ມຢູໂຣບ ຮອບຄັດເລືອກ!
ຂຽນເມື່ອ: 29/03/2023 10:03 | ໂດຍ: reporter | ອ່ານ: 72 ຄັ້ງ
"ສະກ໋ອດ ແມັກໂທມີເນ" ດາວເຕະກອງກາງຈາກ ແມນເຊສເຕີ ຢູໄນເຕັດ ເບິ້ນໃຫ້ ສະກ໋ອດແລນ ທີມອັນດັບທີ 44 ຂອງໂລກ ພິກລ໋ອກ ຊະນະ ທີມອັນດັບ 10 ຂອງໂລກ ຢ່າງ ສະເປນ ໄປແບບຜິດຄວາມຄາດໝາຍ 2-0 ໃນເກມຊີງແຊ໋ມຢູໂຣບ ຮອບຄັດເລືອກແບ່ງກຸ່ມ ເມື່ອຄືນມາຜ່າ.
ສະກ໋ອດແລນ ໄດ້ສອງປະຕູ ຈາກ ແມັກໂທມີເນ ໃນນາທີໆ 7 ແລະ ນາທີ 51 ພ້ອມທັງເຮັດໃຫ້ເກັບໄດ້ອີກ 3 ຄະແນນ ລວມເປັນ 6 ຄະແນນ ຈາກການລົງຫຼິ້ນສອງນັດ ຂຶ້ນນຳເປັນຈ່າຝູງຂອງກຸ່ມເອ ໂດຍມີສະເປນ ເປັນອັນສອງ ມີ 3 ຄະແນນ.
*ສ່ວນຜົນຂອງຄູ່ອື່ນໆ ທີ່ລົງແຂ່ງພ້ອມກັນ ມີດັ່ງນີ້:
- ກຸ່ມເອ : ຈໍເຈຍ ສະເໝີ ນໍເວ 1-1;
- ກຸ່ມດີ: ເວວສ໌ ຊະນະ ລັດເວຍ 1-0; ຕູຣະເກຍ ເສຍໃຫ້ ໂຄຣເອເຊຍ 0-2;
- ກຸ່ມ ໄອ: ສະວິດເຊີແລນ ຊະນະ ອິສຣາເອລ 3-0; ໂຣມາເນຍ ຊະນະ ເບລາຣຸສ 2-1; ໂຄໂຊໂວ ສະເໝີ ອັນດໍ່ຣາ 1-1.
ໂດຍ: ຟຣີຄິກ

ຂ່າວຍອດນິຍົມ 7 ວັນລ່າສຸດ
ຂ່າວລ່າສຸດ