ລາຍລະອຽດຂ່າວ
ສກຂ ອັດຕະປື ເປີດງານແຂ່ງຂັນກິລາເຕະບານຊາຍນັກຮຽນມັດທະຍົມສຶກສາທົ່ວແຂວງ ຄັ້ງທີ VII
ຂຽນເມື່ອ: 28/03/2023 08:03 | ໂດຍ: reporter | ອ່ານ: 101 ຄັ້ງ

      ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ອັດຕະປື ໄດ້ຈັດງານແຂ່ງຂັນກິລາເຕະບານຊາຍນັກຮຽນ ມັດທະຍົມສຶກສາທົ່ວແຂວງ ຄັ້ງທີ VII ສົກຮຽນ 2022-2023 ຊີງຂັນທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເພື່ອຊອກຮູ້ ແລະ ສືບຕໍ່ສົ່ງເສີມພັດທະນານັກກິລາ ທີ່ມີຄວາມສາມາດ ແລະ ພອນສະຫວັນ ຢູ່ຂັ້ນທ້ອງຖິ່ນ ໃຫ້ກ້າວຂຶ້ນສູ່ລະດັບແຂວງ, ລະດັບຊາດ, ລະດັບພາກພື້ນ ແລະ ສາກົນ ເທື່ອລະກ້າວ ທັງເປັນການປະຕິບັດຕາມ 3 ລັກສະນະ, 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ວາງອອກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

      ພິທີເປີດງານແຂ່ງຂັນກິລາດັ່ງກ່າວ ໄດ້ມີຂຶ້ນວັນທີ 21 ມີນາ 2023 ທີ່ເດີ່ນກິລາໂຮງຮຽນສາມັນກິນນອນຊົນເຜົ່າແຂວງອັດຕະປື, ໂດຍມີ ທ່ານ ສຸກສະໄຫວ ຄ່ຽມພະຈິດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 5 ເມືອງ, ຜູ້ອຳນວຍການໂຮງຮຽນ ມັດທະຍົມສຶກສາສົມບູນ 12 ແຫ່ງ, ແຂກຖືກເຊີນ, ຄະນະນໍາພານັກກິລາ, ກໍາມະການ, ຄູຝຶກ, ນັກກິລາແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ງານແຂ່ງຂັນກິລາເຕະບານຊາຍ ນັກຮຽນມັດທະຍົມສຶກສາ ທົ່ວແຂວງອັດຕະປື ຄັ້ງນີ້ ມີຄະນະນັກກິລາ 12 ພາກສ່ວນເຂົ້າຮ່ວມແຂ່ງຂັນຊີງໄຊ, ແບ່ງອອກເປັນ 3 ກຸ່ມຄື: ກຸ່ມ A, ກຸ່ມ B ແລະ ກຸ່ມ C; ກຸ່ມ A ມີ ມສ ເສດຖາທິລາດ, ມສ ພະເມືອງ, ມສ ໂພນງາມ ແລະ ມສ ນໍ້າປາ; ກຸ່ມ B ມີ ໂຮງຮຽນສາມັນກິນນອນຊົນເຜົ່າ, ມສ ຈັນທາ, ມສ ໂພນໄຊ ແລະ ມສ ນາງແຮ່ວ; ກຸ່ມ C ມີ ມສ ສະໜາມໄຊ, ມສ ສົມສຸກ, ມສ ໜອງລົມ ແລະ ມສ ຈະເລີນສຸກ. ຊຶ່ງການແຂ່ງຂັນໃນຮອບຄັດເລືອກ ກຸ່ມ A ແມ່ນແຂ່ງຂັນຢູ່ໂຮງຮຽນ ມສ ນໍ້າປາ ເມືອງຊານໄຊ, ກຸ່ມ B ແຂ່ງຂັນຢູ່ໂຮງຮຽນສາມັນກິນນອນຊົນເຜົ່າ ແລະ ກຸ່ມ C ແຂ່ງຂັນຢູ່ໂຮງຮຽນ ມສ ໜອງລົມ. ຮູບແບບການແຂ່ງຂັນໃນຮອບຄັດເລືອກ ຈະຄັດເອົາ ທີມທີ່ໄດ້ອັນດັບທີ 1 ຂອງແຕ່ລະກຸ່ມ ແລະ ອັນດັບທີ 2 ທີ່ດີທີ່ສຸດອີກ 1 ທີມ ຜ່ານເຂົ້າສູ່ຮອບ 4 ທີມສຸດທ້າຍ. ຊຶ່ງການແຂ່ງຂັນຮອບ 4 ທີມສຸດທ້າຍ ຈະແຂ່ງຂັນຢູ່ເດີ່ນໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງອັດຕະປື ໃນວັນທີ 27-28 ມີນາ 2023.

      ສ່ວນປະເພດຂອງລາງວັນ ຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 5.000.000 ກີບ, ຮອງຊະນະເລີດ ໄດ້ຮັບເງິນສົດ 4.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 3.000.000 ກີບ ແລະ ອັນດັບທີ 4 ໄດ້ຮັບເງິນສົດ 2000.000 ກີບ.

ໂດຍ: ພົມວິຫານ ໄຊຊະນະ (ສກຂ.ອັດຕະປື).