ທີມກາໄກ່ "ຝຣັ່ງ" ຮອງແຊ໋ມໂລກ 2022 ຕ້ອງຫືດຂຶ້ນຄໍ ກວ່າຈະບຸກໄປສອຍທີມອັນດັບ 48 ຂອງໂລກ ຢ່າງ ໄອແລນ ໄປຫວຸດຫວິດ 1-0 ຈາກປະຕູໄຊຂອງ ເບນຈາມິນ ປາວາດ ໃນນາທີໆ 50 ເຮັດໃຫ້ຝຣັ່ງ ເກັບໄຊໄດ້ເປັນນັດທີສອງຕິດຕໍ່ກັນ ຂຶ້ນນຳເປັນຈ່າຝູງຂອງກຸ່ມບີ ໃນເສິກຊີງແຊ໋ມແຫ່ງຊາດຢູໂຣບ ຮອບຄັດເລືອກ.
* ສ່ວນຜົນຂອງຄູ່ອື່ນໆ ທີ່ແຂ່ງພ້ອມກັນມື້ຄືນຜ່ານມາ ມີດັ່ງນີ້:
- ສະວີເດັນ ຊະນະ ອາເຊີໄບຈານ 5-0;
- ໂປແລນ ຊະນະ ອາລບາເນຍ 1-0;
- ມອນເຕເນໂກຣ ເສຍໃຫ້ ເຊີເບຍ 0-2;
- ມອນໂດລາ ສະເໝີ ສ.ເຊັກ 0-0;
- ຮັງກາຣີ ຊະນະ ບັນກາເຣຍ 3-0;
- ຮອນແລນ ຊະນະ ກີບຣາລຕາ 3-0;
- ອອສເຕຣຍ ຊະນະ ເອສໂຕເນຍ 2-1
* ສ່ວນໂປຣແກຣມອີກຫຼາຍຄູ່ທີ່ຈະລົງແຂ່ງໃນຄໍ່າຄືນນີ້ ມີດັ່ງນີ້:
- 23:00 ໂມງ: ຈໍເຈຍ ພົບ ນໍເວ;
- 01:45 ໂມງ: ໂຄໂຊໂວ ພົບ ອານໂດຣາ;
- 01:45 ໂມງ: ໂຣມາເນຍ ພົບ ເບລາຣຸສ;
- 01:45 ໂມງ: ສະກ໋ອດແລນ ພົບ ສະເປນ;
- 01:45 ໂມງ: ສະວິດເຊີແລນ ພົບ ອິສຣາເອລ;
- 01:45 ໂມງ: ຕູຣະເກຍ ພົບ ໂຄຮເອເຊຍ;
- 01:45 ໂມງ: ເວວສ໌ ພົບ ລັດເວຍ.
ໂດຍ: ຟຣີຄິກ
