ລາຍລະອຽດຂ່າວ
ໂຣນັນໂດ້ ເບິ້ນສອງປະຕູຊ່ວຍໂປຕູເກດ ບຸກໄປຖະຫຼົ່ມ ລັກຊຳເບີກ 6-0...ຊີງແຊ໋ມຢູໂຣບ
ຂຽນເມື່ອ: 27/03/2023 09:03 | ໂດຍ: reporter | ອ່ານ: 123 ຄັ້ງ

      "ຄຣິສເຕຍໂດ້ ໂຣນັນໂດ" ດາວຍິງຊຸບເປີສະຕາ ຍັງຮ້ອນແຮງບໍ່ຢຸດໃນໄວ 38 ປີ ເບິ້ນຄົນດຽວສອງປະຕູ ຊ່ວຍທີມຊາດໂປຕູເກດ ຖະຫຼົ່ມ ທີມຊາດ ລັກຊໍາເບີກ ໄປແບບຂາດຮອຍ 6 ປະຕູຕໍ່ 0 ໃນຄືນຜ່ານມາ ແລະ ເພີ່ມເປັນ4 ປະຕູ ໄປແລ້ວ ສຳລັບໂຣນັນໂດ ຫຼັງຈາກລົງຫຼິ້ນພຽງສອງນັດ ໃນເສິກຊີງແຊ໋ມຢູໂຣບ ຮອບຄັດເລືອກ ແລະ ນຳເປັນຈ່າຝູງຂອງກຸ່ມເຈ.

      ທີມຊາດໂປຕູເກດ ໄດ້ 6 ປະຕູຈາກ ໂຣນັນໂດ້ ນາທີໆ 9 ແລະ ນາທີໆ 31, ຢາວ ເຟລິກ ນາທີ 15, ເບີນາໂດ້ ຊິນວາ ນາທີ 18, ໂອເຕວີໂອ ນາທີ 78 ແລະ ຣາຟາເອລ ລີອາວ ນາທີ 88.

      ນອກຈາກນີ້ ຍັງມີອີກຄູ່ອື່ນໆ ທີ່ລົງແຂ່ງໃນມື້ດຽວກັນ ດັ່ງນີ້:

- ສະໂລວາເກຍ ຊະນະ ບອສເນຍ 2-0;

- ໄອແລນເໜືອ ເສຍໃຫ້ ຟິນແລນ 0-1;

- ມອລຕາ ເສຍໃຫ້ ອີຕາລີ 0-2;

- ສະໂລເວເນຍ ຊະນະ ຊານມາຣີໂນ 2-0;

- ລີກເຕັນສະຕາຍ ເສຍໃຫ້ ໄອຊ໌ແລນ 0-7;

- ອັງກິດ ຊະນະ ຢູເຄຣນ 2-0;

- ກາຊັກສະຖານ ຊະນະ ດານມາກ 3-2.


ໂດຍ: ຟຣີຄິກ