ທີມຊາດອິຕາລີ ຖືກທີມຊາດອັງກິດ ບຸກມາສອຍຊະນະເຖິງຖິ່ນ 2-1 ທັງໆທີ່ ອັງກິດເຫຼືອ 10 ຄົນ ໃນ10 ນາທີສຸດທ້າຍ ຫຼັງຈາກ ລຸກຊໍ ຖືກໃບແດງ ໃນເກມ ຢູໂຣ ຮອບຄັດເລືອກ ຄືນຜ່ານມາ.
ທີມຊາດ ອິຕາລີ, ແຊ໋ມເກົ່າລາຍການນີ້ ເປີດສະໜາມ ສະຕາດິໂອນ ດີເອໂກ້ ອາມັນໂດ ມາຣາໂດນາ ຮັບການມາຢາມຂອງທີມຊາດ ອັງກິດ,ຮອງແຊ໋ມເກົ່າ ແລະ ຕົກຮອບ 8 ທີມ ເຕະບານໂລກ 2022 ທີ່ຜ່ານມາ.
ນາທີໆ 13 ອັງກິດ ຍິງປະຕູຂຶ້ນນຳໄປກ່ອນ 1-0 ຈາກ ດີແຄຼນ ໄຣສ໌ ກອ່ນທີ່ ເຮນຣີ ເຄນ ຈະມາສັງຫານຈຸດໂທດ ໃນນາທີໆ 44 ໜີອອກໄປເປັນ 2-0 ແລະ ກາຍເປັນປະຕູທີ່ເຮັດໃຫ້ ເຄນ ກາຍເປັນດາວຊັນໂວສູງສຸດຂອງທີມຊາດອັງກິດ ດ້ວຍ 54 ປະຕູ.
ແຕ່ ອິຕາລີ ຍັງບໍ່ຖອດໃຈ ເປີດເກມບຸກເຂົ້າໃສ່ ເພື່ອຫວັງໄລ່ທວງປະຕູ ຈົນມາປະສົບຄວາມສຳເລັດໄດ້ ໃນນາທີໆ 56 ຈາກ ມາເທໂອ ເຣເຕກີ ເຮັດໃຫ້ໄລ່ມາເປັນ 1-2.
ນາທີໆ 80 ທີມຊາດອັງກິດ ຕ້ອງເຫຼືອ 10 ຄົນ ຫຼັງຈາກ ລຸກຊ ເຊັນເຕີແບ໋ກທີມ ແມນເຊສເຕີ ຢູໄນເຕັດ ໄປເຮັດຟາວ ຈົນກຳມະການຕ້ອງແຈກໃບແດງໄລ່ອອກສະໜາມທັນທີ.
ແຕ່ເວລາທີ່ເຫຼືອ ເຈົ້າບ້ານ ອິຕາລີ ກໍບໍ່ສາມາດຈະຍິງປະຕູເພີ່ມໄດ້ອີກ. ຈົບເກມ ອັງກິດ ເປັນຝ່າຍເອົາຊະນະໄປ 2 ປະຕູຕໍ່ 1 ເກັບສາມແຕ້ມໄປະເດີມສະໜາມ ໃນກຸ່ມຊີ ເຊິ່ງມີທັງ ມາເຊໂດເນຍ, ຢູເຄຣນ ແລະ ມອລຕາ ທີ່ຢູ່ຮ່ວມກຸ່ມ.
*ສ່ວນຜົນການແຂ່ງຂັນຂອງກຸ່ມອື່ນໆອີກມີດັ່ງນີ້:
1. ກຸ່ມ ເຈ (J): ສະໂລວາເກຍ ສະເໝີ ລັກຊຳເບີກ 0-0;
ໂປຕູເກດ ຊະນະ ລີກເຕັນສະຕາຍ 4-0;
ບ໋ອສເນຍ ຊະນະ ໄອຊ໌ແລນ 3-0
2. ກຸ່ມ ເຮຊ (H): ຊານ ມາຣີໂນ ເສຍໃຫ້ ໄອແລນເເໜືອ 0-2;
ດານມາກ ຊະນະ ຟິນແລນ 3-1;
ກາຊັກສະຖານ ເສຍ ສະໂລເວເນຍ 1-2.
3. ກຸ່ມ ຊີ (C): ມາເຊໂດເນຍເໜືອ ຊະນະ ມອລຕາ 2-1;
*ສຳລັບຄືນມື້ນີ້ 24 ມີນາ ຍັງຈະມີການແຂ່ງຂັນກັນຕື່ມອີກຫຼາຍຄູ່ໃນຫຼາຍກຸ່ມ ດັ່ງນີ້:
1. ເວລາ 21: 00 ໂມງ: ສະກ໋ອດແລນ ພົບ ໄຊປຣັສ (ກຸ່ມ A);
2. ເວລາ 00:00 ໂມງ: ອາກເມເນຍ ພົບ ຕູຣະເກຍ (ກຸ່ມ D);
3. ເວລາ 00:00 ໂມງ: ເບລາຣຸສ ພົບ ສະວິດເຊີແລນ (ກຸ່ມ I);
4. ເວລາ 00:00 ໂມງ: ອິສຣາເອລ ພົບ ໂຄໂຊໂວ (ກຸ່ມI);
5. ເວລາ 02:45 ໂມງ: ອັນໂດຣາ ພົບ ໂຣມາເນຍ (ກຸ່ມ I);
6. ເວລາ 02:45 ໂມງ: ໂຄຣເອເຊຍ ພົບ ເວວສ໌ (ກຸ່ມ D)
7. ເວລາ 02:45 ໂມງ: ສະເປນ ພົບ ນໍເວ (ກຸ່ມ A).
ໂດຍ: ຟຣີຄິກ
