ລາຍລະອຽດຂ່າວ
ເມສຊີ ຍິງປະຕູ 800 ໃຫ້ໂຕເອງ...ຫຼັງຈາກພາທີມຟ້າ-ຂາວ ສອຍ ປານາມາ 2-0
ຂຽນເມື່ອ: 24/03/2023 12:03 | ໂດຍ: reporter | ອ່ານ: 297 ຄັ້ງ

      "ລີໂອເນລ ເມສຊີ" ຫົວຫອກສະໂມສອນຊື່ດັງຂອງຝຣັ່ງ "ປາຣີ ແຊງແຊກແມງ" ແລະ ທີມຊາດອາເຈນຕີນາ ສາມາດຍິງປະຕູທີ 800 ໃຫ້ກັບຕົນເອງໄດ້ສຳເລັດ ຫຼັງຈາກພາທີມຊາດອາເຈນຕີນາ ສອຍຊະນະ ປານາມາ 2-0 ໃນເກມກະຊັບມິດ ຟີຟາເດ ຄືນຜ່ານມາ.

      ອາເຈນຕີນາ ແຊ໋ມໂລກ 3 ສະໄໝ ມາຍິງໄດ້ສອງປະຕູໃນຊ່ວງທ້າຍເກມ ຈາກ ເທຍໂກ ອາລມາດາ ໃນນາທີ 78 ແລະ ລີໂອເນລ ເມສຊີ ໃນນາທີ 89. ໄຊຊະນະນັດນີ້ ເປັນການຊະນະ 7 ນັດຕິດກັນແລ້ວ ນັບຕັ້ງແຕ່ ຊະນະທີມຊາດຝຣັ່ງ ໃນເຕະບານໂລກ 2022 ຜ່ານມາ ແລະ ສຳລັບປະຕູຂອງ ເມສຊີ  ກໍເປັນປະຕູທີ 800 ໃນອາຊີບການຄ້າແຄ່ງຂອງເຂົາ ທັງໃນສະໂມສອນ ແລະ ທີມຊາດ.

ສຳລັບຜົນການແຂ່ງຂັນກະຊັບມິດ ຂອງຄູ່ອື່ນໆ ມີດັ່ງນີ້:

- ຮັງກາຣີ ຊະນະ ເອສໂທເນຍ 1-0;

- ອີຣ່ານ ສະເໝີ ຣັດເຊຍ 1-1;

- ມາເລເຊຍ ຊະນະ ເຕີກເມນິສຖານ 1-0;

- ຮົງກົງ ສະເໝີ ສິງກາໂປ 1-1;

- ນິວຊີແລນ ສະເໝີ ສປ. ຈີນ 0-0;

- ໝູ່ເກາະ ໂຊໂລມອນ ຊະນະ ວານູເອຕູ 2-0;

- ເອລ ຊາລວາດໍ ເສຍ ຮອນດູຣັສ 0-1;

 

ໂດຍ: ຟຣີຄິກ