ທັບນັກກິລາເຕະບານ ຄົນພິການຕາທີມຊາດລາວ ສາມາດຢັນສະເໝີກັບ ທີມຊາດໄທ ທີມອັນດັບທີ 5 ຂອງໂລກ ຄົບ 30 ນາທີ ສະເໝີກັນ 0-0 ແຕ່ໜ້າເສຍດາຍຍິງຈຸດໂທດບໍ່ຄົມພໍ ຖືກ ທີມຊາໄທ ແຊງຊະນະ 3-2 ໄດ້ອັນດັບທີ 2 ຫຼື ຮອງແຊ໋ມມາຄອງ ສ່ວນ ໄທໄດ້ອັນດັບທີ 1 ລາຍການ ໄທແລນ ໂອເພັນ 2023 ຫຼື 2023 Asia & Pacific Invitational Blind Football Tournament ຈັດຂຶ້ນ ລະຫວ່າງວັນທີ 13-19 ມີນາ ຜ່ານມາ.
ການແຂ່ງຂັນເຕະບານ ໄທແລນ ໂອເພັນ 2023 ທີ່ນະຄອນຫຼວງບາງກອກ ປະເທດໄທ ຮັບກຽດເປັນເຈົ້າພາບ ຊຶ່ງເປັນການລາຍການທົດສອບຄວາມພ້ອມຂອງ ທີມຊາດລາວ ແລະ ທີມຊາດໄທ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາຄົນພິການ ອາຊຽນ ຄັ້ງທີ 12 ຫຼື “ອາຊຽນ ພາຣາເກມ” ຈະຈັດຂຶ້ນ ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນກາງປີນີ້ ໂດຍນຳທັບຄົນພິການຕາທີມຊາດລາວໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ວ່າທີ່ປະທານສະຫະພັນກິລາບານເຕະຄົນພິການຕາແຫ່ງຊາດລາວ.
ການແຂ່ງຂັນກິລາເຕະບານ ລາຍການ ໄທແລນ ໂອເພັນ 2023 ໃນຄັ້ງນີ້ ມີທັງໝົດ 4 ຊາດເຂົ້າຮ່ວມ ປະກອບມີ: ທີມຊາດໄທ ເຈົ້າພາບ, ທີມຊາດລາວ, ທີມຊາດຄາຊັກສະຖານ ແລະ ທີມຊາດອິນເດຍ ຊຶ່ງຮູບແບບການແຂ່ງຂັນແມ່ນແຂ່ງພົບກັນໝົດ ຄັດເລືອກເອົາອັນດັບທີ 1-2 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ແລະ ອັນດັບທີ 3-4 ແມ່ນໄປຊີງອັນດັບທີ 3 ຕາມລຳດັບ ລາຍການດັ່ງກ່າວດຳເນີນລະຫວ່າງວັນທີ 13-19 ມີນາ 2023.
ການແຂ່ງຂັນລາຍການດັ່ງກ່າວ ກຳນົດແຂ່ງຂັນຕັ້ງລະ 15 ນາທີ ລວມສອງຕັ້ງ 30 ນາທີ ເວລາບານອອກຫຼັງ ແລະ ບານຟາວ ເວລາຈະຢຸດແຂ່ງຂັນທັນທີ່ ສຳລັບຜົນງານຂອງທັບນັກກິລາເຕະບານ ຄົນພິການຕາທີມຊາດລາວ ໃນຮອບຄັດເລືອກ ນັດທຳອິດ ທີມຊາດລາວ ຊະນະ ທີມຊາດອິນເດຍ 1-0 ປະຕູ, ນັດທີ 2 ທີມຊາດລາວ ຊະນະ ທີມຊາດຄາຊັກສະຖານ 2-0 ປະຕູ ແລະ ນັດສຸດທ້າຍ ທີມຊາດລາວ ເສຍ ທີມຊາດໄທ 0-2 ປະຕູ ກ່ອນໃນຮອບຊີງຊະນະເລີດ ທີມຊາດລາວ ສາມາດຢັນສະເໝີກັບ ທີມຊາດໄທ ຄົບເວລາ 30 ນາທີ ສະເໝີ 0-0 ປະຕູ ຕ້ອງມາດວນຈຸດໂທດກັນ ແລະ ເປັນທີມຊາດໄທ ທີ່ຍິງໄດ້ຄົມກວ່າເປັນຝ່າຍເອົາຊະນະ ທີມຊາດລາວ ໄປແບບຫວຸດຫວິດ 3-2 ປະຕູ ສົ່ງຜົນໃຫ້ທີມຊາດໄທ ໄດ້ແຊ໋ມລາຍການນີ້ ໄປຄອງ ສ່ວນ ທີມຊາດລາວ ໄດ້ພຽງອັນດັບທີ 2 ຂະນະທີ່ອັນດັບທີ 3 ເປັນຂອງທີມຊາດອິນເດຍ ແລະ ທີ 4 ແມ່ນທີມຊາດຄາຊັກສະຖານ.
ພາຍຫຼັງສິ້ນສຸດພາລະກິດ ທັບນັກກິລາຄົນພິການຕາທີມຊາດລາວ ກໍໄດ້ເດີນທາງມາເຖິງບ້ານເກີດເມືອງນອນ ຂົວມິດຕະພາບ ລາວ-ໄທ ເລກທີ 1 ນະຄອນຫຼວງວຽງຈັນ ໃນວັນທີ 19 ມີນາ 2023 ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນຈາກຄະນະນຳກະຊວງສຶກສາທິການ ແລະ ກິລາ ກໍຄື ຄະນະບໍລິຫານງານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ
ຂ່າວໂດຍ ສົງການ ພັນແພງດີ
