ລາຍລະອຽດຂ່າວ
ຜີຕາຍຍາກ!!! ຖືກຍິງນຳໄປກ່ອນ ແຕ່ກັບມາພິກຊະນະ...ຜ່ານເຂົ້າຮອບຮອງ ເອຟເອ ຄັບ!
ຂຽນເມື່ອ: 20/03/2023 02:03 | ໂດຍ: reporter | ອ່ານ: 213 ຄັ້ງ

      ຜີສາດແດງ "ແມນເຊສເຕີ ຢູໄນເຕັດ" ຕາຍຍາກ! ຫຼັງຈາກຖືກ ຟູແລມ ຍິງຂຶ້ນນຳໄປກ່ອນ ແຕ່ກໍພິກກັບມາຖະຫຼົ່ມໄດ້ 3-1 ຜ່ານເຂົ້າຮອບຮອງຊະນະເລີດ ເອຟເອ ຄັບ ສຳເລັດ ໂດຍຈະໂຄຈອນໄປພົບກັບ "ໄບຣຕັນ" ທີ່ຖະຫຼົ່ມ ກຣີມສະບີ ມາ 5-0...ຂະນະທີ່ ທີມຮ່ວມເມືອງ "ແມນເຊສເຕີ ຊີຕີ້" ທີ່ລົງແຂ່ງໄປກ່ອນມື້ໜຶ່ງ ກໍຖະຫຼົ່ມ "ເບີນລີ" ມາເຄິ່ງໂຫຼ ໂດຍ ຊີຕີ້ ຈະເຂົ້າໄປພົບກັບ "ເຊຟຟິລ ເວັ້ນສະເດ" ໃນຮອບຮອງເຊັ່ນກັນ.

       ແມນ ຢູໄນເຕັດ ເປີດບ້ານຮັບການມາຢາມຂອງຟູແລມ ໃນເອຟເອ ຄັບ ຮອບ 8 ທີມ ເຊິ່ງເກມໃນເຄິ່ງແຮກ ກໍອອກສູສີ ຟູແລມ ກໍຫຼິ້ນໄດ້ດີມີໂອກາດສວານກັບງາມໆຫຼາຍຈັງຫວະ ແຕ່ກໍຍັງບໍ່ຜ່ານປາການຫຼັງ ແລະ ຜູ້ຮັກສາປະຕູ ໄດ້.  ຈົນມາໃນເຄິ່ງຫຼັງ ເປີດເດມມາພຽງ 6 ນາທີ (ນາທີ 51) ກ່າຍເປັນ ມີໂຕຣວິຊ ຍິງໃຫ້ຜູ້ມາຢາມ ຟູແລມ ຂຶ້ນນຳອອກໄປກ່ອນ 1-0.​ 

      ຫຼັງຈາກເສຍປະຕູ ແມນຢູ ເປີດເກມບຸກຫຼາຍຂຶ້ນ ພ້ອມທັງປ່ຽນ ແມັກເທໂມເນ ອອກ ແລ້ວສົ່ງ ແອນໂທນີ ລົງໄປເຕີມເກມບຸກອີກ. ແລ້ວກໍມາຕີສະເໝີຈົນໄດ້ ໃນນາທີ 75 ຈາກຈັງຫວະທີ່ ວິນລຽນ ໃຊ້ແຂນປ້ອງກັນລູກຍິງຂອງ ເຈດອນ ຊານໂຊ ໃນເສັ້ນປະຕູ. ກຳມະການ ເຊັກວີອາອາຣ໌ ແລ້ວເປົາໃຫ້ແມນຢູ ໄດ້ລູກຈຸດໂທດ ພ້ອມກັບໃຫ້ໃບແດງ ວິນລຽນ ກ່ອນທີ່ ບຣູໂນ ເຟີນັນເດສ ຈະສັງຫານເຂົ້າໄປ ຕີສະເໝີມາເປັນ 1-1. 

      ຈາກກໍລະນີທີ່ ມີໂຕຣວິຊ ບໍ່ພໍໃຈກຳມະການຜູ້ຕັດສິນ ໄດ້ໃຊ້ມືໄປຊູນຕົວ ກຳມະການຍົກໃບແດງທີສອງໃຫ້ນັກເຕະຟູແລມຕື່ມອີກ.​ ຍິ່ງໄປກວ່ານັ້ນ ຜູ້ຈັດການທີມຟູແລມ ຍັງຖືກໃບແດງເຊັ່ນກັນ.​

      ຈາກນັ້ນ, ຖັດມາພຽງ 2 ນາທີ "ຊາບິດເຊີ" ກໍມາຍິງໃຫ້ແມນຢູ ໜີອອກໄປເປັນ 2-1 ແລະ ເປັນປະຕູທຳອິດຂອງເຂົາ ນັບແຕ່ຍ້າຍມາຢູ່ກັບຜີສາດແດງ!

      ສະຖານະການເຖິງຕອນນີ້ ແມນຢູ ຄຸມເກມໄດ້ໝົດ ແລະ ມາຕອກຢໍ້າໄຊຊະນະໄດ້ອີກ ໃນການຕໍ່ເວລາ 90+6 ຈາກ ບຣູໂນ ເຟີນັນເດສ. ເຮັດໃຫ້ຈົບເກມ ແມນ ຢູໄນເຕັດ ຖະຫຼົ່ມ ຟູແລມ ໄປຂາດຮອຍ 3-1. ໄດ້ໂຄຕາຜ່ານເຂົ້າໄປຫຼິ້ນໃນຮອບ 4 ທີມສຸດທ້າຍ ຫຼື ຮອບຮອງຊະນະເລີດ ເອຟເອ ຄັບ ໄດ້ສຳເລັດ ແລະ ຈະໂຄຈອນໄປພົບກັບທີມຮ່ວມພຣີເມຍລີກ "ໄບຣຕັນ" ໃນວັນທີ 22-23 ເມສານີ້ ທີ່ສະໜາມເວມບຣີ ໃນນະຄອນລອນດອນ.

* ສະລຸບຜົນການແຂ່ງຂັນ 4 ຄູ່ ໃນຮອບ 8 ທີມ ມີດັ່ງນີ້:

- ແມນເຊັສເຕີ ຢູໄນເຕັດ 3 ຟູແລມ 1;

- ແມນເຊັສເຕີ ຊີຕີ້ 6 ເບີນລີ້ 0;

- ໄບຣຕັນ 5 - ກຣີມສະບີ້ 0 ;

- ເຊຟຟິລ ເວນສະເດ 3 ແບຼັກເບີນ 2.

* ຮອບຮອງຊະນະເລີດ ວັນທີ 22-23 ເມສາ​2023:

- ແມນ ຢູໄນເຕັດ ພົບ ໄບຣຕັນ;

- ແມນ ຊີຕີ້ ພົບ ເຊຟຟິລ ເວນສະເດ.

ໂດຍ: ອອ໋ຟໄຊ