ລາຍລະອຽດຂ່າວ
ແມນຢູ ພົບທີມຈາກສະເປນ ອີກແລ້ວ ໃນ "ຢູໂຣປາ ລີກ" ຮອບ 8 ທີມ!
ຂຽນເມື່ອ: 18/03/2023 23:03 | ໂດຍ: reporter | ອ່ານ: 165 ຄັ້ງ

      ຜີສາດແດງ "ແມນເຊສເຕີ "ຢູໄນເຕັດ" ຈົກສະຫຼາກ ໂຄຈອນໄປພົບກັບ "ເຊບີຢາ" ທີມຈາກແດນກະທິງຮ້າຍ "ສະເປນ" ອີກແລ້ວ ໃນ "ຢູໂຣປາ ລີກ" ຮອບກ່ອນຮອງຊະນະເເລີດ ຫຼຶ ຮອບ 8 ທີມ. ນັບວ່າເປັນຮອບທີສີ່ແລ້ວ ສຳລັບລາຍການນີ້ຂອງ ແມນຢູໄນເຕັດ ເຊິ່ງໃນສາມຮອບກ່ອນ ຜ່ານມາທັງ "ເຣອັລ ໂຊເຊຍດັດ" ໃນຮອບແບ່ງກຸ່ມ; ຜ່ານ "ບາເຊໂລນາ" ໃນຮອບເພຼອອ໊ຟ ແລະ ຜ່ານ "ເຣອັລ ບາຕິສ" ໃນຮອບ 16 ທີມ ! 

      ສຳລັບ ຜົນການປະກົບຄູ່ທັງ 8 ທີມ ມີດັ່ງນີ້:

1. ແມນ ຢູໄນເຕັດ (ອັງກິດ) ພົບ ເຊບີຢາ (ສະເປນ);

2. ຈູເວນຕຸສ (ອິຕາລີ) ພົບ ສະປອດຕິ້ງ ລິສບອນ (ໂປຕູເກດ);

3. ໄບເອີ້ ເລເວີຄູເຊັນ (ເຢຍລະມັນ) ພົບ ຢູນຽນ ແຊງຊິນລົວ (ເບວຢ້ຽມ);

4. ເຟເຢນູດ (ຮອນແລນ) ພົບ ໂຣມາ (ອິຕາລີ).

      ຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມ ນັດທຳອິດ ຈະແຂ່ງໃນວັນທີ 13 ເມສາ ຂະນະທີ່ໃນຮອບຮອງຊະນະເລີດ ຫຼື ຮອບ 4 ທີມ  ນັດທຳອິດ ຈະແຂ່ງວັນທີ 11 ພຶດສະພາ ແລະ ນັດທີສອງ ວັນທີ 18 ພຶດສະພາ.

      ສ່ວນນັດຊີງຊະນະເລີດ ຈະມີຂຶ້ນ ໃນວັນທີ 31 ພຶດສະພາ ທີ່ສະໜາມ ປູສະກັສ ອາຣີນາ, ນະຄອນຫຼວງ ບູດາເປັສ, ປະເທດ ຮັງກາຣີ.

ໂດຍ: ອ໋ອຟໄຊ