ລາຍລະອຽດຂ່າວ
ແມ່ຍິງແຂວງຊຽງຂວາງ ຈັດກິດຈະກຳກິລາສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ ຢ່າງຟົດຟື້ນ
ຂຽນເມື່ອ: 18/03/2023 22:03 | ໂດຍ: reporter | ອ່ານ: 245 ຄັ້ງ
ສະຫະພັນແມ່ຍິງແຂວງຊຽງຂວາງ ໄດ້ຈັດກິດຈະກຳກິລາ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ (8 ມີນາ 1910-8 ມີນາ 2023) ເມື່ອບໍ່ດົນມານີ້ ທີ່ສະໜາມກິລາໄຊຊະນະ ເມືອງແປກ ແຂວງຊຽງຂວາງ, ໂດຍມີ ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນແຂວງ ພ້ອມດ້ວຍຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການກົມກອງອ້ອມຂ້າງແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຄອບຄົວການນຳຂອງແຂວງ, ປະທານ-ຮອງປະທານສະຫະພັນແມ່ຍິງ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງຮາກຖານ, ໜ່ວຍພະແນກການກົມກອງອ້ອມຂ້າງແຂວງ ແລະ ນັກທຸລະກິດເຂົ້າຮ່ວມຢ່າງພ້ອມພຽງ.
ກິດຈະກຳກິລາເພື່ອຜູກແໜ້ນຄວາມສາມັກຄີຂອງບັນດາເອື້ອຍນ້ອງແມ່ຍິງ ປະກອບມີ: ກິລາດຶງເຊືອກ, ກິລາແລ່ນໄຖ່, ກິລາເຕະບານຍິງ-ຊາຍ ແລະ ກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວນຳອີກ.
ຂໍ້ມູນ ແລະ ພາບ: ຊຽງຂວາງ ມີໄຊ



ຂ່າວຍອດນິຍົມ 7 ວັນລ່າສຸດ
ຂ່າວລ່າສຸດ