ລາຍລະອຽດຂ່າວ
ປະກົບຄູ່ແລ້ວ ຮອບ 8 ທີມ
ຂຽນເມື່ອ: 18/03/2023 22:03 | ໂດຍ: reporter | ອ່ານ: 162 ຄັ້ງ

      ຈົກສະຫຼາກ ປະກົບຄູ່ອອກມາເປັນທີ່ຮຽບຮ້ອຍ ສຳລັບຮອບ 8 ທີມ -ຫຼື ຮອບກ່ອນຮອງຊະນະເລີດ ຂັນໃຫຍ່ໃນຢູໂຣບ "ຢູຟາ ແຊ໋ມປ້ຽນລີກ" ປາກົດວ່າ

- ຄູ່ທີ 1: ແຊ໋ມເກົ່າຈາກສະເປນ  "ຣີອາລ ມາດຣິດ" ຈະພົບກັບ "ເຊວຊີ" ຈາກອັງກິດ;

- ຄູ່ທີ 2: "ແມນເຊັສເຕີ ຊີຕີ້" ຈາກອັງກິດ ພົບ "ບາເຢິນ ມິວນິກ" ຈາກເຢຍລະມັນ 

ສອງຄູ່ນີ້ທີມໃດຊະນະ ຈະໄປພົບກັນໃນຮອບຮອງຊະນະເລີດ.

- ຄູ່ທີ 3: "ເອຊີ ມິລານ" ພົບ "ນາໂປລີ" ເປັນສອງທີມຈາກອິຕາລີພົບກັນເອງ;

- ຄູ່ທີ 4: "ອິນເຕີ ມິລານ" ຈາກອິຕາລີ ພົບ "ເບນຟີກາ" ຈາກໂປຕຸເກດ.

ທີມໃດຊະນະ ກໍຈະຜ່ານເຂົ້າໄປຫພົບກັນໃນຮອບຮອງຊະນະເລີດ ຫຼື ຮອບ 4 ທີມຕໍ່ໄປ.

# ຮອບຮອງຊະນະເລີດນັດທຳອິດ ຈະມີຂຶ້ນໃນວັນທີ 11-12 ເມສາ. ສ່ວນນັດທີສອງ ຈະແຂ່ງກັນໃນວັນທີ 18-19 ເມສາ;

# ສ່ວນຮອບຮອງຊະນະເລີດ ນັດທຳອິດຈະມີຂຶ້ນໃນວັນທີ 9-10 ພຶດສະພາ ແລະ ນັດທີສອງຈະມີຂຶ້ນໃນວັນທີ 16-17 ພຶດສະພາ;

# ສຳລັບນັດຊີງຊະນະເລີດ ຈະມີຂຶ້ນໃນວັນທີ 10​ ມິຖຸນາ 2023 ທີ່ສະໜາມ ອາຕາເຕີກ ໂອແລມປິກ ສະເຕດ້ຽມ, ປະເທດ ຕຼຣາເກຍ.

ໂດຍ: ປັ່ນໂຄ້ງ