ລາຍລະອຽດຂ່າວ
ແລ່ນ ວຽງຈັນ ຮາບມາລາທອນ ນານາຊາດ ຈະຈັດຂຶ້ນ 26 ມີນານີ້
ຂຽນເມື່ອ: 17/03/2023 12:03 | ໂດຍ: reporter | ອ່ານ: 72 ຄັ້ງ

      ການແຂ່ງຂັນແລ່ນ ວຽງຈັນ ຮາບມາລາທອນ ນານາຊາດ ຄັ້ງທີ 6 ປະຈຳປີ 2023 ຫຼື “Vientiane International Half Marathon 2023” ຈະຈັດຂຶ້ນໃນວັນທີ 26 ມີນານີ້ ທີ່ເດີ່ນພະທາດຫຼວງ ໂດຍໃຫ້ການສະໜັບສະໜູນຫຼັກຂອງຜະລິດກຕະພັນນໍ້າດື່ມກາຫົວເສືອ ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ໂຕໂຢຕ້າ ລາວ ຊຶ່ງຜູ້ເຂົ້າຮ່ວມກິດຈະກຳ ກໍຍັງຈະໄດ້ຮັບເສື້ອງາມໆທີ່ອອກແບບພິເສດ 1 ຜືນ ຕາມໄລຍະທາງການແຂ່ງຂັນທີ່ສະໝັກ ສະເພາະຜູ້ເຂົ້າຮ່ວມໄລຍະທາງ 21 ແລະ 10 ກິໂລແມັດ ກໍຍັງຈະໄດ້ຮັບຫຼຽນລາງວັນ ຫຼັງຈາກເຂົ້າເສັ້ນໄຊຕາມເວລາທີ່ກຳນົດອີກດ້ວຍ.

      ພິທີຖະແຫຼງຂ່າວ ແລ່ນ Vientiane International Half Marathon 2023 ໄດ້ມີຂຶ້ນເມື່ອວັນທີ 15 ມີນາ ຜ່ານມາ ທີ່ຫ້ອງການຄະນະກຳມະການໂອແລມປິກແຫ່ງຊາດລາວ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ປອ ຈັນທະວົງ ປັນຍາສິຣິ ຫົວໜ້າພະແນກຈັດການແຂ່ງຂັນ ກົມກິລາລລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ, ທ່ານ ຄຳປະສົງ ທອງສະໝຸດ ຜູ້ຈັດການຜ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ (ນ້ຳດື່ມກາຫົວເສືອ) ແລະ ທ່ານ ມາຊາອາກິ ຄາວາບາຕະ ຜູ້ອຳນວຍການ ບໍລິສັດ Toyota Laos ພ້ອມດ້ວຍຄະນະຜູ້ອຳນວຍການວິສາຫະກິດສ່ວນບຸກຄົນ ອີເວັ້ນຟໍກູດ (Events for Good), ບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາແລ່ນ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

      ທ່ານ ນາງ ວັນເພັງ ສຸດທິຈັກ ຜູ້ອຳນວຍການ ວິສາຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ກ່າວວ່າ: ໃນນາມຜູ້ຈັດການແຂ່ງຂັນຮູ້ສຶກຕື່ນເຕັ້ນທີ່ຈະໄດ້ຈັດການແຂ່ງຂັນແລ່ນ ວຽງຈັນ ຮາບມາລາທອນ ນານາຊາດ 2023 ຂຶ້ນໃນວັນທີ 26 ມີນານີ້ ຊຶ່ງເສັ້ນທາງແລ່ນເປັນເສັ້ນທາງທີ່ມີຄວາມເປັນເອກະລັກ ແລ່ນຜ່ານຈຸດທ່ອງທ່ຽວສຳຄັນຕ່າງໆຂອງນະຄອນຫຼວງວຽງຈັນ ຊຶ່ງເໝາະສຳລັບນັກກິລາແລ່ນທັງພາຍໃນ ແລະ ຕ່າງປະເທດ ແລະ ທຸກເພດທຸກໄວ ໂດຍຈະມີການຊີງໄຊກັນທັງໝົດ 3 ໄລຍະທາງ ປະກອບມີ ໄລຍະທາງ 21 ກິໂລແມັດ, ໄລຍະທາງ 10 ກິໂລແມັດ ແລະ ໄລຍະທາງ 5 ກິໂລແມັດ ຈະເລີ່ມເປີດພິທີທາງການທີ່ເດີ່ນພະທາດຫຼວງ. ສຳລັບຈຸດປະສົງໃນການແລ່ນຄັ້ງນີ້ ກໍເພື່ອສົ່ງເສີມມວນຊົນໃຫ້ມີສຸຂະພາບທີ່ດີ ແນໃສ່ພ້ອມກັນປຸກລະດົມດຶງດູດການທ່ອງທ່ຽວລາວ ໃຫ້ມີຄວາມຄຶກຄື້ນ ແລະ ສ້າງໃຫ້ ນະຄອນຫຼວງ ມີການແຂ່ງຂັນກິລາມວນຊົນ ກ້າວສູ່ລະດັບສາກົນ ກິດຈະກຳແລ່ນໃນຄັ້ງນີ້ ຈະມີອາສາສະໝັກເຂົ້າຮ່ວມງານຫຼາຍກວ່າ 400 ຄົນ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາທ່ານມາຮ່ວມສ້າງປະຫວັດສາດໃນການແລ່ນທີ່ມີເຂົ້າຮ່ວມຫຼາຍທີ່ສຸດຂອງກິດຈະກຳຕົ້ນປີ 2023 ສຳລັບການລົງທະບຽນສາມາດລົງທະບຽນໄດ້ທີ່ ຫ້ອງການ Events For Good ຖະໜົນທາດຂາວ ທຸກວັນຈັນ-ສຸກ ເວລາ 10:30-17:00 ໂມງ EQ-Events for Good https://maps.app.goo.gl/krMFyXz3g8xKgJXb7 ແລະ TOYOTA Square ໃນ Pakson ທຸກວັນເສົາ-ອາທິດ ເວລາ 10:30-17:00 ໂມງ ລົງທະບຽນແບບອອນລາຍດ້ວຍຕົນເອງໄດ້ທີ່ https://runlaos.com/ ຫຼື ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 29803362, 020 91901222.

ຂ່າວໂດຍ: ສົງການ ພັນແພງດີ (ໜັງສືພິມ ສຶກສາ-ກິລາ ລາຍວັນ)