ລາຍລະອຽດຂ່າວ
ຮອງເຈົ້າແຂວງອັດຕະປື ລົງຕິດຕາມໂຄງການກໍ່ສ້າງສະໜາມກິລາບານເຕະແຂວງ
ຂຽນເມື່ອ: 17/03/2023 00:03 | ໂດຍ: reporter | ອ່ານ: 198 ຄັ້ງ

      ທ່ານຮອງເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມໂຄງການກໍ່ສ້າງສະໜາມກິລາບານເຕະແຂວງອັດຕະປື ພາຍຫຼັງດໍາເນີນການກໍ່ສ້າງ ມາແຕ່ຕົ້ນປີ 2022 ໂດຍແມ່ນ ບໍລິສັດ ພຸດທະໄຊຈະເລີນຊັບ ກໍ່ສ້າງ ເປັນຜູ້ຮັບເໝົາການກໍ່ສ້າງ ມູນຄ່າ 2.183.049.799 ກີບ ຊຶ່ງມາຮອດປັດຈຸບັນໂຄງການດັ່ງກ່າວ ມີຄວາມຄືບໜ້າແລ້ວ 63%.

      ເມື່ອບໍ່ດົນມານີ້, ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ແລະ ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການແລະ ກິລາແຂວງອັດຕະປື ພ້ອມດ້ວຍຄະນະກໍາມະການຕິດຕາມກວດກາໂຄງການກໍ່ສ້າງຂອງພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລົງເຄື່ອນໄຫວຕິດຕາມ-ຊຸກຍູ້ ໂຄງການກໍ່ສ້າງສະໜາມກິລາບານເຕະແຂວງ ຢູ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ບ້ານໄຊສີ ເມືອງໄຊເສດຖາ ແຂວງອັດຕະປື ໂດຍມີຜູ້ຕາງໜ້າ ບໍລິສັດ ພຸດທະໄຊ ຈະເລີນຊັບ ກໍ່ສ້າງ.

      ໃນການລົງຕິດຕາມກວດກາໂຄງການກໍ່ສ້າງສະໜາມກິລາບານເຕະແຂວງຄັ້ງນີ້, ທ່ານ ບຸນເສີດ ເສດທິລາດ ແລະ ທ່ານ ອຸດົມສິນ ສິຊານົນ ພ້ອມດ້ວຍຄະນະພາກສ່ວນທີ່ກ່ຽວຂ້ອງ ໄດ້ມີການຕິດຕາມກວດກາ ພ້ອມປະເມີນຕີລາຄາຜົນສຳເລັດຂອງການກໍ່ສ້າງແຕ່ລະໜ້າວຽກຕາມລະບຽບຫຼັກການ, ເຕັກນິກການກໍ່ສ້າງ ຕາມບົດບັນທຶກສັນຍາການກໍ່ສ້າງ, ໂຄງການກໍ່ສ້າງດັ່ງກ່າວ, ຕັ້ງຢູ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ມີຂອບເຂດເນື້ອທີ່ກໍ່ສ້າງທັງໝົດ 170x125 ແມັດ, ສະເພາະເນື້ອທີ່ເດີ່ນບານເຕະ 90x120 ແມັດ; ບັນດາໜ້າວຽກຕ່າງໆ ໃນສັນຍາການກໍ່ສ້າງ ມີ: ວຽກຕັດດິນ ແລະ ຖົມດິນໃຫ້ພຽງ, ຍົກຍ້າຍສິ່ງກີດຂວາງ, ເຮັດຮ່ອງລະບາຍນໍ້າອ້ອມເດີ່ນ ໄລຍະ 520 ແມັດ, ຕິດຕັ້ງໂກນ, ປູກຫຍ້າ-ຫົດນໍ້າ, ອ່າງເກັບນໍ້າໃຕ້ດິນ ແລະ ຕິດຕັ້ງລະບົບໄຟຟ້າ.

      ຜ່ານການຕິດຕາມກວດກາຄວາມຄືບໜ້າ ແລະ ການປະເມີນຜົນສໍາເລັດແຕ່ລະໜ້າວຽກຕົວຈິງ ຕາມເຕັກນິກສັນຍາການກໍ່ສ້າງຂອງການນໍາຂັ້ນແຂວງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ພ້ອມຄະນະກໍາມະການກວດກາ ທີ່ກ່ຽວຂ້ອງ ໃນບັນດາໜ້າວຽກດັ່ງກ່າວ ໄລຍະ 12 ເດືອນ ທີ່ທາງບໍລິສັດຮັບເໝົາກໍ່ສ້າງ ສາມາດປະຕິບັດໄດ້ ເທົ່າກັບ 63%, ໃນນັ້ນມີວຽກຮ່ອງລະບາຍນໍ້າອ້ອມເດີ່ນ ສໍາເລັດ 100%, ວຽກຕິດຕັ້ງໂກນ, ປູກຫຍ້າ-ຫົດນໍ້າ ສໍາເລັດ 100%, ອ່າງເກັບນໍ້າໃຕ້ດິນ ສໍາເລັດ 100%, ວຽກຕິດຕັ້ງລະບົບໄຟຟ້າ ສໍາເລັດ 100%; ບັນດາໜ້າວຽກ 37% ທີ່ຍັງບໍ່ທັນສຳເລັດມີ: ວຽກຕັັດດິນ ແລະ ຖົມດິນໃຫ້ພຽງ, ຍົກຍ້າຍສິ່ງກີດຂວາງ ແລະ ວຽກຍ່ອຍອີກຈຳນວນໜຶ່ງ.

      ຢ່າງໃດກໍຕາມ ໃນບັນດາໜ້າວຽກ 37% ທີ່ຍັງບໍ່ທັນສຳເລັດ ທ່ານ ບຸນເສີດ ເສດທິລາດ ໄດ້ເນັ້ນໃຫ້ທາງບໍລິສັດຜູ້ຮັບເໝົາກໍ່ສ້າງ ສືບຕໍ່ປະຕິບັດໂຄງການກໍ່ສ້າງຢ່າງຕໍ່ເນື່ອງ ແລະ ຖືກຕ້ອງຕາມເຕັກນິກ ພ້ອມໃຫ້ສຳເລັດທັນ ຕາມກໍານົດສັນຍາການກໍ່ສ້າງໃນທ້າຍປີ 2023.

ໂດຍ: ພົມວິຫານ ໄຊຊະນະ. (ຂ.ອັດຕະປື).