ລາຍລະອຽດຂ່າວ
ທີມໃຫຍ່ ເກັບໄຊກັນທົ່ວໜ້າ ຊີຕີ, ເຊວຊີ, ສະເປີ....ເກມລີກ!
ຂຽນເມື່ອ: 12/03/2023 10:03 | ໂດຍ: reporter | ອ່ານ: 149 ຄັ້ງ

      ເຫຼົ່າບັນດາທີມໃຫຍ່ ບໍ່ວ່າຈະເປັນ ແມນເຊັສເຕີ ຊີຕີ້, ເຊວຊີ ແລະ ສະເປີ ຕ່າງພ້ອມໃຈກັນເກັບໄຊກັນທົ່ວໜ້າ ຍົກເວັ້ນພຽງ ລີເວີພູລທີມດຽວທີ່ພິກລ໋ອກ ພາດທ່າໃຫ້ທີມທ້າຍຕາຕະລາງຢ່າງ ບອນມັດ ສອຍຊະນະ ແບບຜິດຄວາມຄາດໝາຍ ໃນເກມພຣີເມຍລີກ ຄືນວັນເສົາຜ່ານມາ ເຮັດໃຫ້ຕາຕະລາງຄະແນນ ມີການປ່ຽນແປງເລັກນ້ອຍ.

       *ຜົນການແຂ່ງຂັນເຕະບານພຣີເມຍລີກ ອັງກິດ ຄືນຜ່ານມາ : 

- ຄຣິສຕັນ ພາເຫຼດ 0-1 ຄຣິສຕັນ ພາເຫຼດ;

- ເຊວຊີ 3-1 ເລສເຕີ ຊີຕີ້;

- ທ໋ອດແນມ ຮ໋ອດສະເປີ 3-1 ນ໋ອດຕິ້ງແຮມ ຟໍເຣສ;

- ລີດສ໌ ຢູໄນເຕັດ 2-2 ໄບຣຕັນ;

- ເອຟເວີຕັນ 1-0 ເບຣນຟອດ;

* ລີເວີພູລ 0-1 ບອນມັດ;

      *ສຳລັບຄືນວຫັນອາທິດນີ້ ຍັງມີເຕະອີກ 4 ຄູ່ ດັ່ງນີ້:

1. ຟູແລມ ພົບ ອາເຊນອລ (21:00 ໂມງ);

2. ແມນ ຢູໄນເຕັດເ ພົບ ເຊົາແທັມຕັນ (21:00 ໂມງ);

3. ເວສແຮມ ພົບ ແອັສຕັນ ວິລລາ (21:00 ໂມງ);

4. ນິວຄາສເຊິນ ພົບ ວູຟແຮມຕັນ (23:00 ໂມງ). 

*ສະຫຼຸບຕາຕະລາງຄະແນນຫຼ້າສຸດ 5 ອັນດັບ:

ອັນດັບ

ທີມ

ແຂ່ງ

ຊະນະ

ສະເໝີ

ເສຍ

ປະຕູ

ຄະແນນ

1

ອາເຊນອລ

26

20

3

3

59:25

63

2

ແມນເຊສເຕີ ຊີຕີ້

27

19

4

4

67:25

61

3

ແມນເຊສເຕີ ຢູໄນເຕັດ

25

15

4

6

41:35

49

4

ທ໋ອດແນມ ຮ໋ອດສະເປີ

27

15

3

9

49:37

48

5

ລີເວີພູລ

26

12

6

8

47:29

42

 

ໂດຍ: ອ໋ອຟໄຊ