ລາຍລະອຽດຂ່າວ
ການນຳ ສສກ ໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາບານເຕະຄົນພິການທີມຊາດລາວ ຊຸດກຽມເຂົ້າຮ່ວມ ລາຍການ
ຂຽນເມື່ອ: 12/03/2023 09:03 | ໂດຍ: reporter | ອ່ານ: 164 ຄັ້ງ

      ການນຳກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາບານເຕະຄົນພິການທີມຊາດລາວ ຈຳນວນ 19 ທ່ານ ໃນນີ້ເປັນນັກກິລາ 10 ຄົນ ຊຸດກຽມເຂົ້າຮ່ວມແຂ່ງຂັນເຕະບານ ໄທແລນ ໂອເພັນ 2023 ທີ່ນະຄອນຫຼວງບາງກອກ ປະເທດໄທ ເພື່ອເປັນການທົດສອບຄວາມສາມາດ ແລະ ກະກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື “ອາຊຽນ ພາຣາເກມ” ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນກາງປີນີ້.

      ພິທີໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 10 ມີນາ 2023 ທີ່ຫ້ອງປະຊຸມສະໜາມກິລາຫຍ້າທຽມເຟີຣາຣີ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດໂອ້ລົມຂອງ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ວ່າທີ່ປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ, ປະທານສະຫະພັນກິລາບານເຕະຄົນພິການນະຄອນຫຼວງວຽງຈັນ ທັງເປັນປະທານບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ແລະ ຜູ້ບໍລິຫານສະໜາມກິລາຫຍ້າທຽມເຟີຣາຣີ ພ້ອມດ້ວຍແຂກຖືກເຊີນ, ຄະນະສະຫະພັນ, ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໄດ້ລາຍງານໃຫ້ຮູ້ວ່າ: ພາຍຫຼັງສຳເລັດການເຂົ້າຮ່ວມແຂ່ງຂັນເຕະບານຄົນພິການ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 12-18 ພຶດສະພາ 2023, ທາງສະຫະພັນກິລາບານເຕະຄົນພິການແຫ່ງຊາດລາວ ກໍໄດ້ຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະ ພອນສະຫວັນດີເດັ່ນ ເຂົ້າມາເກັບຕົວຝຶກຊ້ອມ ເພື່ອເປັນນັກກິລາທີມຊາດລາວ ກຽມເຂົ້າຮ່ວມການແຂ່ງຂັນກິລາເຕະບານຄົນພິການຕາ ທີ່ນະຄອນຫຼວງບາງກອກ ປະເທດໄທ ຫຼື ລາຍການ ໄທແລນ ໂອເພັນ 2023 ໃນລະຫວ່າງວັນທີ 13-19 ມີນາ 2023. ຊຶ່ງການຝຶກຊ້ອມນັ້ນແມ່ນໄດ້ເລີ່ມແຕ່ວັນທີ 24 ກຸມພາ ເປັນຕົ້ນມາ ທີ່ສະໜາມກິລາຫຍ້າທຽມເຟີຣາຣີ ໂດຍການຝຶກຊ້ອມນັ້ນແມ່ນເນັ້ນເຕັກນິກການຫຼິ້ນບານ, ການສ້າງກ້າມຊີ້ນ, ພະລະກຳລັງ, ການຄອງບານ, ການປ້ອງກັນ ແລະ ການຍິງປະຕູ ເປັນຫຼັກ ມາຮອດປັດຈຸບັນເຫັນວ່ານັກກິລາພວກເຮົາມີຄວາມພ້ອມແລ້ວຮອບດ້ານ ແລະ ເຊື່ອໝັ້ນວ່ານັກກິລາພວກເຮົາຈະສ້າງຜົນງານອອກມາໄດ້ດີແນ່ນອນ.

      ສຳລັບການແຂ່ງຂັນເຕະບານຄົນພິການຕາ ລາຍການ ໄທແລນ ໂອເພັນ 2023 ມີທັງໝົດ 4 ຊາດເຂົ້າຮ່ວມ ປະກອບມີ: ທີມຊາດໄທ ເຈົ້າພາບ, ທີມຊາດລາວ, ທີມຊາດຄາຊັກສະຖານ ແລະ ທີມຊາດອິນເດຍ. ຊຶ່ງຮູບແບບການແຂ່ງຂັນແມ່ນແຂ່ງພົບກັນໝົດ ຄັດເລືອກເອົາອັນດັບທີ 1-2 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ແລະ ອັນດັບທີ 3-4 ແມ່ນໄປຊີງອັນດັບທີ 3 ຕາມລຳດັບ. ຂະນະທີ່ ຄະນະນຳ, ຄູຝຶກ ແລະ ນັກກິລາຄົນພິການທີມຊາດລາວຊຸດນີ້ ນຳໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ວ່າທີ່ປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ, ປະທານສະຫະພັນກິລາບານເຕະຄົນພິການນະຄອນຫຼວງວຽງຈັນ ທັງເປັນປະທານບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ແລະ ຜູ້ບໍລິຫານສະໜາມກິລາຫຍ້າທຽມເຟີຣາຣີ ເປັນຫົວໜ້າຄະນະນຳພາ.

       ໂອກາດນີ້, ທ່ານ ວິລະວັນ ບຸນສຸກໄທ ໄດ້ສະແດງຄວາມຍ້ອງຊົມເຊີຍຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ໄດ້ເສຍສະຫຼະທຶນຮອນ, ເຫື່ອແຮງ ແລະ ສະຕິປັນຍາ ເອົາໃຈໃສ່ໃນການຝຶກຊ້ອມຢ່າງຫ້າວຫັນ ແລະ ຕັ້ງໜ້າ ຈົນເຮັດໃຫ້ມີຄວາມພ້ອມຢ່າງຮອບດ້ານ. ພ້ອມດຽວກັນນີ້, ທ່ານຍັງເນັ້ນໜັກໃຫ້ນັກກິລາທຸກຄົນໃຫ້ມີຈັນຍາບັນຄວາມເປັນນັກກິລາ, ມີລະບຽບວິໄນ, ມີນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ປະຕິບັດໂມງເວລາຢ່າງເຂັ້ມງວດ, ຮູ້ໄດ້ ຮູ້ເສຍ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ແລະ ທີ່ສຳຄັນການເຂົ້າຮ່ວມຄັ້ງນີ້ ບໍ່ໃຫ້ຖືວ່າເຂົ້າຮ່ວມເພື່ອເອົາພຽງປະສົບການເທົ່ານັ້ນ ທຸກຄົນຕ້ອງພ້ອມກັນສູ້ເພື່ອຍາດເອົາໄຊຊະນະມາສູ່ປະເທດຊາດ ສ້າງຊື່ສຽງໃຫ້ວົງການກິລາຄົນພິການລາວ ໃຫ້ພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ.

      ຢ່າງໃດກໍຕາມ, ທ່ານ ນາງ ພິຈິກາ ປະດາວົງ ຮອງປະທານສະຫະພັນກິລາບານເຕະຄົນພິການແຫ່ງຊາດລາວ ທັງເປັນຫົວໜ້າຄູຝຶກ ຍັງໄດ້ປະກາດອັດສີດຄະນະນຳ, ຄູຝຶກ ແລະ ນັກກິລາບານເຕະຄົນພິການທີມຊາດລາວ ຊຸດນີ້ ຈຳນວນ 40 ລ້ານກີບ ອີກດ້ວຍ.

ຂ່າວໂດຍ: ລູກນ້ຳເຊ, ໜັງສືພິມ ສຶກສາ-ກິລາ