ຫົງແດງ "ລີເວີພູລ" ຕ້ອງປີກຫັກ ດ້ວຍນໍ້າມືຂອງທີມທ້າຍຕາຕະລາງ ຢ່າງ "ບອນມັດ" ຂະນະທີ່ ດາວຊັນໂວຂອງທີມ "ໂມຮຳເມັດ ຊາລາ" ມີໂອຶກາດໄດ້ສັງຫານລູກຈຸດໂທດ ແຕ່ຍິງພາດບໍ່ເຂົ້າກອບ ແບບບໍ່ໜ້າເຊື່ອ!
ເກມພຣີເມຍລີກ ຄືນວັນເສົາ ເປັນການພົບກັນຂອງ ບອນມັດ ເຈົ້າຖິ່ນ ແລະ ລີເວີພູລ ທີມອັນດັບທີ 5 ໃນຕາຕະລາງຄະແນນພຣີເມຍລີກຫຼ້າສຸດ ເຊິ່ງກ່ອນເກມ ນັກວິເຄາະວິຈານຊື່ດັງ ຕ່າງຍົກໃຫ້ລີເວີພູລ ເປັນຕໍ່ ທັງນີ້ເນື່ອງຈາກໃນນັດຫຼ້າສຸດ ພວກເຂົາຫາກໍຖະຫຼົ່ມ ແມນເຊສເຕີ ຢູໄນເຕັດ ມາໄດ້ເຖິງ 7 ປະຕູຕໍ່ 0 ຂະນະທີ່ ບອນມັດ ຊໍ້າພັດຫາກໍບຸກໄປເສຍໃຫ້ ອາເຊນອລ ມາ 2-3.
ແຕ່...ເກມໃນເຄິ່ງແຮກ ລີເວີພູລ ມີໂອກາດໄດ້ທັກທາຍກ່ອນຫຼາຍຄັ້ງ ແຕ່ຈົບບໍ່ໄດ້ເອງ. ຈົນມາຮອດນາທີໆ 28 ກາຍເປັນເຈົ້າຖິ່ນ ບອນມັດ ໄດ້ເປີດບານຍາວຈາກແດນຫຼັງ ສວານກັບມາເຖິງເຂດອັນຕະລາຍຂອງລີເວີພູລ ກ່ອນທີ່ ຟີລິບ ບິນລີ້ງ ຈະຍິງປະຕູໄຊໃຫ້ບອນມັດໄດ້ສຳເລັດ ເຖິງແມ່ນເວລາເວລາທີ່ເຫຼືອ ໂດຍສະເພາະໃນນາທີໆ 69 ລີເວີພູລ ໄດ້ໂອກາດຍິງລູກຈຸດໂທດ ຫຼັງຈາກກອງຫຼັງບອນມັດ ເຮັດບານຖືກມືໃນກອບເຂດໂທດ ແລະ ໂມຮຳເມັດ ຊາລາ ຮັບໜ້າທີ່ສັງຫານ ແຕ່ໜ້າເສຍດາຍທີ່ຍິງບານອອກຂ້າງປະຕູໄປ ແບບບໍ່ໄດ້ລຸ້ນ ເຮັດໃຫ້ ຈົບ 90+5 ນາທີ ເປັນ ບອນມັດ ທີ່ສອຍຊະນະ ລີເວີພູລ ໄປ 1-0.
ບອນມັດ ເກັບໄດ້ສາມຄະແນນທີ່ມີຄ່າ ລວມເປັນ 24 ຄະແນນ ໜີຈາກອັນດັບສຸດທ້າຍ ຫຍັບຂຶ້ນມາຢູ່ ອັນດັບທີ 17 ຂອງຕາຕະລາງ ຂະນະທີ່ ລີເວີພູລ ພາດສາມຄະແນນມີຄ່າ ຈຶ່ງຍັງຢູ່ທີ່ 42 ຄະແນນ ຢູ່ອັນດັບທີ 5 ຂອງຕາຕະລາງຄະະແນນ.
ໂດຍ: ອອ໊ຟໄຊ
