ຜີສາດແດງ "ແມນເຊສເຕີ ຢູໄນເຕັດ" ຟື້ນຈາກຫຼຸມໄດ້ແລ້ວ ຫຼັງຈາກຖືກ ລີເວີພູລ ຝັງໄປເຖິງ 7-0 ໃນເກມລີກທ້າຍອາທິດຜ່ານມາ ໂດຍນັດນີ້ ຜີສາດແດງ ກັບມາຖະຫຼົ່ມ "ຣີອາລ ເບຕິສ" ຜູ້ມາຢາມຈາກສະເປນ ໄປແບບຂາດຮອບ 4-1 ໃນເກມ ຢູໂຣປາ ລີກ ນັດແຮກ ໄດ້ສຳເລັດ ກ່ອນທີ່ຈະອອກໄປຢາມບ້ານເບຕິສ ໃນວັນພະຫັດໜ້າ.
ແມນຢູ ຫຼິ້ນໃນສະໜາມໂອລແທຣັບຟອດ ໄດ້ປະຕູອອກນຳໄວແຕ່ນາທີໆ 6 ຈາກ ມາຄັສ ແຣຊຟອດ ເຊິ່ງກາຍເປັນປະຕູທີ 5 ໃນ 7 ເກມຂອງເຂົາໄປແລ້ວໃນລາຍການນີ້.ແຕ່ ນາທີ 32 ເບຕິສ ກໍຕີສະເໝີໄດ້ຈາກ ອາໂຢເຊ ເປເຣສ ຈົບເຄິ່ງແຮກ ສະເໝີກັນຢູ່ 1-1.
ກັບມາໃນເຄິ່ງຫຼັງ, ແມນຢູ ປ່ຽນໂຕໄວ ຖອດ ດາໂລ ແບັກຂວາອອກ ໂດຍສົ່ງ ວານບິດຊາກາ ລົງມາແທນ ແລະ ພຽງ 7 ນາທີ ແອນໂທນີ ກໍມາຊັດປະຕູທີສອງໃຫ້ແມນຢູ ຂຶ້ນນຳ 2-1. ຈາກນັ້ນ, ເກມຂອງເຈົ້າບ້ານກໍຍິ່ງໄຫຼລື່ນ ມາໄດ້ອີກສອງປະຕູ ຈາກ ບຣູໂນ ເຟີນັນເດັສ ນາທີ 58 ແລະ ປິດທ້າຍດ້ວຍ ເວັກຄອດ ນາທີໆ 82 ຊຶ່ງເປັນປະຕູທຳອິດຂອງເຂົາ ນັບແຕ່ຍ້າຍມາຢູ່ກັບ ແມນເຊັສເຕີ ຢູໄນເຕັດ.
ຈົບເກມ, ແມນ ຢູໄນເຕັດ ຖະຫຼົ່ມ ຣີອາລ ມາຕິສ ຂາດຮອຍ 4-1 ເກັບໄຊໄປກ່ອນ ແລະ ໂອກາດທະລຸເຂົ້າສູ່ຮອບ ກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມສຸດທ້າຍແມ່ນມີສູງ!.
*ສ່ວນຜົນອີກ 7 ຄູ່ ມີດັ່ງນີ້:
- ຊັກຕ້າ ໂດເນັດ (ຢູເຄຣນ) 1-1 ເຟເຢນູດ (ຮອນແລນ);
- ເຊບີຢາ (ສະເປນ) 2-0 ເຟເນບາເຊ (ຕູຣະເກຍ);
- ຈູເວນຕຸສ (ອິຕາລີ) 1-0 ຟາຍບວກ (ເຢຍລະມັນ);
- ຢູນຽນ ເບີລິນ (ເຢຍລະມັນ) 3-2 ຢູນຽນ ເອັສຈີ (ເບລຢ້ຽມ);
- ສະປອດຕິ້ງ ລິສບອນ (ໂປຕຸເກດ) 2-2 ອາເຊນອລ (ອັງກິດ);
- ໂຣມາ (ອິຕາລີ) 2-0 ໂຊເຊຍດດ (ສະເປນ);
- ເລເວີຄູເຊັນ (ເຢຍລະມັນ) 2-0 ເຟຣັນວາໂຣສ (ຮັງກາຣີ).
ໂດຍ: ອອ໊ຟໄຊ
