ລາຍລະອຽດຂ່າວ
ເຊວຊີ ສອຍ ດ໋ອດມຸນ 2-0 ເຂົ້າຮອບ 8 ທີມ...
ຂຽນເມື່ອ: 08/03/2023 09:03 | ໂດຍ: reporter | ອ່ານ: 209 ຄັ້ງ

      ສິງໂຕຟ້າຄາມ "ເຊວຊີ" ທີມອັນດັບສິບ ໃນພຣີເມຍລີກອັງກິດ ເປີດບ້ານສອຍ "ໂບຣຸດເຊຍ ດ໋ອດມຸນ" ທີມຮອງຈ່າຝູງໃນບຸນເດັສລີກາ ເຢຍລະມັນ 2-0 ພິກສະຖານະການຈາກທີ່ໃນນັດແຮກ ບຸກອອກໄປເສຍໃຫ້ ດ໋ອດມຸນ  0-1 ລວມຜົນສະກໍເປັນ 2-1 ເຊວຊີ ໄດ້ຜ່ານເຂົ້າຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມ ໃນຢູຟາແຊ໋ມປ້ຽນລີກ ຕໍ່ໄປ. ຂະນະທີ່ ຜົນອີກໜຶ່ງຄູ່ທີ່ລົງແຂ່ງວພ້ອມກັນ ເບນຟີກາ ຈາກໂປຕູເກດ ຖະຫຼົ່ມ ຄຼັບບູດ ຈາກເບລຢ້ຽມ ຂາດຮອຍ 5-1.

      ເຊວຊີ ໄດ້ສອງປະຕູ ຈາກ ຣາແຮມ ສະເຕີລິ້ງ ໃນນາທີ້ໆ 43 ແລະ ຈາກການສັງຫານລູກຈຸດໂທດ ຂອງ ຄາຍ ຮາເວີດ ນາທີໆ 53.

      *ສຳລັບໂປຣແກຣມຄໍ່າຄືນນີ້ຍັງມີອີກສອງຄູ່ ແຂ່ງພ້ອມກັນໃນເວລາ 03:00 ໂມງ:

      - ບາເຢິນ ມິວນິກ (ເຢຍລະມັນ) ພົບ ປາຣີສ ແຊັງແຊກແມງ (ຝຣັ່ງ);

      - ທ໋ອດແນມ ຮ໋ອດສະເປີ (ອັງກິດ) ພົບ ເອຊີ ມິລານ (ອິຕາລີ).

ໂດຍ: ອ໋ອຟໄຊ