ລາຍລະອຽດຂ່າວ
ຜີສາດແດງ ໝົດສະພາບ ຖືກ ຫົງແດງ ຈິກເລະ 7-0!
ຂຽນເມື່ອ: 06/03/2023 01:03 | ໂດຍ: reporter | ອ່ານ: 564 ຄັ້ງ

      ຜີສາດແດງ ແມນເຊັສເຕີ ຢູໄນເຕັດ ຕ້ອງມາໝົດສະພາບແບບບໍ່ເປັນທ່າ ຫຼັງຈາກຖືກ ຫົງແດງ ລີເວີພູລ ເປີດບ້ານຖະຫຼົ່ມໄປແບບບໍ່ເຫັນຝຸ່ນ 7 ປະຕູຕໍ່ 0​ ໂດຍ ລີເວີພູລໄດ້ປະຕູຈາກ ໂຄດີ ກັກໂປ ສອງປະຕູ ນາທີໆ 43 ແລະ 50, ໂມຮຳເມັດ ຊາຣາ ນາທີໆ 66 ແລະ 83, ດາວິນ ນູເນັຊ ນາທີໆ 47 ແລະ 75 ແລະ ໂຣເບີໂຕ້ ເຟີມີໂນ້ ນາທີ 88.

      ລີເວີພູລ ເກັບໄດ້ອີກ 3 ຄະແນນ ລວມເປັນ 42 ຄະແນນ ໄຕ່ອັນດັບຂຶ້ນມາຢູ່ທີ 5 ຂອງຕາຕະລາງຄະແນນແລ້ວ ຂະນະທີ່ ແມນເຊສເຕີ ຢູໄນເຕັດ ຍັງຢູ່ທີ່ 49 ຄະແນນ ຢູ່ອັນດັບສາມຕາມເດີມ.

      ສ່ວນຜົນອີກ 1 ຄູ່ ນ໋ອດຕິ້ງແຮມ ຟໍເຣສ ສະເໝີ ເອຟເວີຕັນ 2-2.

ໂດຍ: ອອ໋ຟໄຊ