ວ່າກັນວ່າ ເມື່ອໃດທີ່ ຜີສາດແດງ ແມນເຊສເຕີ ຢູໄນເຕັດ ໂຄຈອນມາພົບກັບ ຫົງແດງ ລີເວີພູລ ເມື່ອນັ້ນກໍຈະກາຍເປັນ “ເສິກແດງເດືອດ” ໃນທັນທີ ເພາະທັງນັກເຕະໃນສະໜາມ ແລະ ແຟນບານຕ່າງບໍ່ຍອມກັນຢູ່ແລ້ວ. ສະນັ້ນ, ໃນຄໍ່າຄືນມື້ນີ້ ພຣີເມຍລີກ ອັງກິດ ຈະເປັນທາງຫົງແດງ ເປີດສະໜາມແອນຟິລ ຕ້ອນຮັບການມາຢາມຂອງ ຜີສາດແດງ ໃນເວລາ 23:30 ໂມງ ຕາມເວລາໃນປະເທດລາວ.
ກ່ອນເກມ “ວີເອອາຣ໌” ຈະມາປຣີວິວ ພໍໃຫ້ເອຟຊີຂອງ Lao sports news ໄດ້ຫອມປາກຫອມຄໍກັນ ດັ່ງຕໍ່ໄປນີ້:
6 ເກມຫຼັງສຸດທີ່ທັງສອງພົບກັນໃນແອນຟິລ, ລີເວີພູລ ຍັງບໍ່ເສຍໃຫ້ແມນຢູ ໂດຍຊະນະສາມ ແລະ ສະເໝີສາມ ຊຶ່ງຄັ້ງທຳອິດທີ່ລີເວີພູລ ເສຍໃຫ້ ແມນຢູ 0-1 ຕັ້ງແຕ່ປີ 2016.
ສ່ວນທາງດ້ານ ແມນຢູ ມີສະຖິຕິທີ່ບໍ່ຄ່ອຍດີປານໃດໃນເວລາມາແຂ່ງຢູ່ສະໜາມແຫ່ງນີ້ ຊຶ່ງຖ້າຄືນນີ້ ແມນຢູຍັງຍິງບໍ່ໄດ້ອີກ ມັນກໍຈະເຮັດໃຫ້ແມນຢູ ມາຍິງປະຕູໃນທີ່ນີ້ບໍ່ໄດ້ເປັນເກມທີ 4 ຕິດຕໍ່ກັນໃນທຸກລາຍການ ທັງນີ້ເນື່ອງຈາກ ໃນປະຫວັດຂອງເສິກແດງເດືອດນັ້ນ ກ່ອນໜ້ານີ້ມີພຽງຄັ້ງດຽວທີ່ ແມນຢູ ບໍ່ສາມາດຍິງປະຕູໄດ້ໃນການມາຢາມແອນຟິລ ໄດ້ຫຼາຍເຖິງ 4 ນັດຕິດຕໍ່ກັນ ໂດຍເກີດຂຶ້ນໃນຊ່ວງປີ 1988-1992.
ແຕ່ແນວໃດກໍຕາມ, ໃນນັດທີ່ທັງສອງພົບກັນເກມແຮກ ທີ່ໂອລແທຣັຟຟອດ ບ້ານຂອງແມນຢູ ນັ້ນ, ແມນຢູ ເປັນຝ່າຍຊະນະໄປ 2-1 ຊຶ່ງຖ້າແມນຢູເອົາຊະນະໄດ້ອີກ ກໍກາຍເປັນວ່າ ແມນຢູ ຈະຊະນະທັງໄປ ແລະ ກັບ ໃນລະດູການດຽວໄດ້ເປັນຄັ້ງທຳອິດ ນັບແຕ່ເຄີຍເຮັດໄດ້ໃນລະດູການ 2015-2016.
*ການພົບກັນ 5 ນັດຫຼັງສຸດ:
- 23/08/2022 ແມນຢູ 2-1 ລີເວີພູລ (ພຣີເມຍລີກ);
- 12/07/22 ແມນຢູ 4-0 ລີເວີພູລ (ກະຊັບມິດ);
- 20/04 /22 ລີເວີພູລ 4-0 ແມນຢູ (ພຣີເມຍລີກ);
- 24/10/2021 ແມນຢຸູ 0-5 ລີເວີພູລ (ພຣີເມຍລີກ);
- 14/05/21 ແມນຢູ 2-4 ລີເວີພູລ (ພຣີເມຍລີກ).
*ຜົນງານ 5 ນັດຫຼັງສຸດຂອງທັງສອງທີມ:
- ລີເວີພູລ:
01/03/23 ຊະນະ ວູຟແຮມຕັນ 2-0 (ພຣີເມຍລີກ ໃນບ້ານ);
26/02/23 ສະເໝີ ຄຣິສຕັນ ພາເຫຼດ 0-0(ພຣີເມຍລີກ ນອກບ້ານ);
21/02/23 ເສຍໃຫ້ ເຣອັລ ມາດຣິດ 2-5 (ແຊ໋ມປ້ຽນ ລີກ ໃນບ້ານ);
21/02/23 ຊະນະ ນິວຄາສເຊິນ 2-0 (ພຣີເມຍລີກ ນອກບ້ານ);
13/02/23 ຊະນະ ເອຟເວີຕັນ 2-0 (ພຣີເມຍລີກ ໃນບ້ານ).
*ແມນ ຢູໄນເຕັດ
01/03/23 ຊະນະ ເວສແຮມ 2-0 (ເອຟເອ ຄັບ ນອກບ້ານ);
26/02/23 ຊະນະ ນິວຄາສເຊິນ 2-0 (ລີກ ຄັບ ສະໜາມກາງ);
23/02/23 ຊະນະ ບາເຊໂລນາ 2-1 (ຢູໂຣແາ ລີກ ໃນບ້ານ);
19/02/23 ຊະນະ ເລສເຕີ ຊີຕີ້ 3-0 (ພຣີເມຍລີກ ໃນບ້ານ);
16/02/23 ສະເໝີ ບາເຊໂລນາ (ຢູໂຣປາ ລີກ ນອກບ້ານ).
ນອກຈາກທັງສອງຈະວັດກັນທີ່ຜົນງານລວມແລ້ວ, ຄືນນີ້ທັງສອງຝັ່ງຍັງຕ້ອງວັດກັນທີ່ກອງໜ້າ ມາຄັສ ແຣຊຟອດ ຂອງແມນຢູ ແລະ ໂມຮຳເມັດ ຊາຣາ ຂອງລີເວີພູລ ວ່າໃຜຈະຄົມກວ່າກັນ ເພາະທັງສອງອາດເປັນຜູ້ຕັດສິນໄຊຊະນະໃນເກມຄໍ່າຄືນນີ້ ເວລາ 23:30 ໂມງ ຕາມເວລາໃນບ້ານເຮົາ. ນອກຈາກຄູ່ນີ້ແລ້ວ ເວລາ 21:00 ໂມງ ຍັງມີຄູ່ ຟໍເຣັສ ພົບ ເອຟເວີຕັນ.
ເຊື່ອວ່າແຟນພັນແທ້ແດງເດືອດ ຄົງຈະຍໍ່ຍອມພາດຊົມເກມນີ້ຢ່າງແນ່ນອນ!
ຮຽບຮຽງໂດຍ: "ວີເອອາຣ໌"
