ລາຍລະອຽດຂ່າວ
ເລະຄາບ້ານ! ລີເວີພູລ ຖືກ ມາດຣິດ ບຸກມາຖະຫຼົ່ມ 5-2...ແຊ໋ມປ້ຽນ ລີກ ຮອບ 16 ທີມ
ຂຽນເມື່ອ: 22/02/2023 06:02 | ໂດຍ: reporter | ອ່ານ: 236 ຄັ້ງ

      ຫົງແດງ ລີເວີພູລ ຕ້ອງປີກຫັກສະບັ້ນຄາຖິ່ນໂຕເອງ ເຖິງຈະຍິງນຳອອກໄປກ່ອນເຖິງ 2 ປະຕູຕໍ່ 0 ແຕ່ ລາຊັນຊຸດຂາວ ຣີອາລ ມາດຣິດ ຜູ້ມາຢາມ ຍັງໂຊຟອມແຊ໋ມເກົ່າໄດ້ສົມລາຄາ ກັບມາໄລ່ຖະຫຼົ່ມໄດ້ຄືນ ເຖິງ 5 ປະຕູຕໍ່ 2 ໃນເກມແຊ໋ມປ້ຽນລີກ ຮອບ 16 ທີມສຸດທ້າຍ ນັດແຮກ ຄືນວານນີ້.

      ລີເວີພູລ, ເປີດສະໜາມແອນຟິລ ຮັບການມາຢາມຂອງແຊ໋ມເກົ່າ ຣີອາລ ມາດຣິດ ຈາກສະເປນ, ເປັນຝ່າຍເລີ່ມເກມໄດ້ດີກວ່າ ພຽງ 4 ນາທີ ກໍສາມາດຍິງຂຶ້ນນຳໄດ້ກ່ອນ ຈາກ ດາວິນ ນູເນສ 1-0 ກ່ອນທີ່ ກູຕົວ ຜູ້ຮັກສາປະຕູມາດຣິດ ຈະມາພາດເອງ ເຮັດບານຫຼົ່ນໃສ່ ໂມຮຳເມັດ ຊາຣາ ຍິງສວານເຂົ້າໄປ ໜີເປັນ 2-0 ໃນນາທີ 14.

      ເກມທຳທ່າຈະຕົກເປັນຂອງເຈົ້າບ້ານຢ່າງສິ້ນເຊີງ!? ແຕ່ ແຊ໋ມເກົ່າກໍບໍ່ຍອມເສຍຟອມງ່າຍໆ ພຽງນາທີໆ 21 ກໍສາມາດຕີໄຂ່ແຕກໄດ້ຈາກ ວີນີຊີອຸດ ຈູເນຍ    ທີ່ຍິງຢ່າງເໜືອຊັ້ນຜ່ານທັງກອງຫຼັງສອງຄົນ ແລະ ໜີມືຜູ້ຮັກສາປະຕູຂອງລີເວີພູລ ເຂົ້າໄປ ໄລ່ມາຄືນ ເປັນ 1-2. ຈາກນັ້ນ ນາທີ 36 ກາຍຜູ້ຮັກສາປະຕູລີເວີພູລ ມາເຮັດພາດເອງເຊັ່ນກັນ ເຮັດໃຫ້ ວີນີອຸສ ຄົນເດີມ ໄດ້ສົ້່ມຫຼົ່ນ ຍິງຍັດຕູມດຽວເຂົ້າໄປບໍ່ເຫຼືອ ໄລ່ມາເປັນ 2-2 ແລະ ຈົບເຄິ່ງແຮກດ້ວຍສະກໍນີ້.

      ໃນເຄິ່ງຫຼັງ, ສະຖານນະການ ແລະ ເກມຍິ່ງໄປເຂົ້າທາງມາດຣິດ ເມື່ອເລີ່ມມາໄດ້ພຽງ 2 ນາທີ ກໍຍິງໜີເຈົ້າບ້ານອອກໄປເປັນ 3-2​ ຈາກ ອີເດີ ມີລີເຕົາ ທີ່ສອດຂຶ້ນມາໂໝ່ງໄລຍະເຜົາຂົນເຂົ້າໄປຢ່າງສວຍງາມ. ຈາກນັ້ນ ເກມຕົກເປັນຂອງມາດຣິດໂດຍສິ້ນເຊີງ ເຊິ່ງນາທີ​ 55 ແລະ 67 ກໍມາຍິງໄດ້ເພີ່ມໄດ້ອີກສອງປະຕູຈາກ ກາຣິມ ເບນເຊມາ ຄົນດຽວ ກ່ອນຈະຈົບເກມດ້ວຍສະກໍ 5-2 ນີ້ ເຮັດໃຫ້ ມາດຣິດ ກຳໄຊໄດ້ປຽບໄປກ່ອນໃນນັດແຮກ ກ່ອນທີ່ຈະໄປລ້າງຕາກັນອີກໃນນັດທີສອງ ໃນວັນທີ 13 ມີນາ ທີ່ສະເປນ ບ້ານຂອງມາດຣິດ.

      ສ່ວນຜົນອີກໜຶ່ງຄູ່ ກໍເປັນທີມເຈົ້າບ້ານ ແຟຣັງເຟີດ ຂອງເຢຍລະມັນ ທີ່ເສຍໃຫ້ ຜູ້ມາຢາມ ຄືນາໂປລີ ຈາກອີຕາລີ ເຖິງ 0 ປະຕູຕໍ່ 2.

ໂດຍ: ອອ໊ຟໄຊ