ລາຍລະອຽດຂ່າວ
ມາສເຕີ ຮ່ວມກັບ ອີຊູຊຸ ແລະ ຫຼາຍພາກສ່ວນ ກຽມໄລ່ລ່າແຊ໋ມ ໃນເປບຊີ ລາວລີກ 1 ລະດູການ 2023
ຂຽນເມື່ອ: 17/02/2023 21:02 | ໂດຍ: reporter | ອ່ານ: 447 ຄັ້ງ

      ສະໂມສອນ ມາສເຕີ ເຊເວັນ ເອັບຊີ ລົງນາມຮ່ວມມືກັບ ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດ ຜູ້ດຽວ (Isuzu Lao Services) ແລະ ບັນດາພາກສ່ວນຕ່າງໆ ກຽມຄວາມພ້ອມໄລ່ລ່າແຊ໋ມ ຄັ້ງປະຫວັດສາດຂອງສະໂມສອນ ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2023 ທີ່ຈະເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 18 ກຸມພານີ້ ຊຶ່ງປີນີ້ມີ 8 ພາກສ່ວນເຂົ້າຮ່ວມແຂ່ງຂັນ.

      ພິທີເຊັນສັນຍາລົງນາມການຮ່ວມມືຂອງບັນດາພາກສ່ວນຕ່າງໆ ເພື່ອພ້ອມກັນສ້າງປະ ຫວັດສາດໃນການໄລ່ລ່າແຊ໋ມໃຫ້ສະໂມສອນ ມາສເຕີ ເຊເວັນ ເອັບຊີ ໄດ້ມີຂຶ້ນໃນວັນທີ 15 ກຸມພາ 2023 ທີ່ສູນບໍລິການ ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດ ຜູ້ດຽວ ເຂດບ້ານໜອງບຶກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ໜູພອນ ພົມພະຈັນ ປະທານສະໂມສອນ ມາສເຕີ ເຊເວັນ ເອັບຊີ ແລະ ທ່ານ ວິຣະໄຊຄຳ ພິລາພັນເດຊ ຜູ້ອຳນວຍການໃຫຍ່ ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດ ຜູ້ດຽວ. ນອກຈາກນັ້ນ, ທາງປະທານສະໂມສອນດັ່ງກ່າວ ຍັງສືບຕໍ່ຮ່ວມລົງນາມກັບ WOW, ເປເລ່ ຟິດເນັດ, ນໍ້າດື່ມ ໄດ້ເດຍລີ, ກະທິງແດງ, ສະປອນເຊີ ແລະ ອື່ນໆ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

     ໃນພິທີ, ທ່ານ ໜູພອນ ພົມພະຈັນ ກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ທາງ ບໍລິສັດ ອີຊູຊຸລາວ ບໍລິການ ຈຳກັດ ຜູ້ດຽວ ແລະ ບັນດາພາກສ່ວນຕ່າງໆ ທີ່ສືບຕໍ່ໃຫ້ການສະໜັບສະໜູນອີກຄັ້ງໜຶ່ງ ຊຶ່ງປຽບເໝືອນຂໍ້ຕົກລົງໜຶ່ງທີ່ພວກເຮົາຈະກ້າວເດີນນໍາກັນ, ສູ້ໄປນໍາກັນ, ໃຫ້ກໍາລັງໃຈກັນ ແລະ ຊະນະ ຫຼື ເສຍໄປນໍາກັນ ໃນປີ 2022 ຜ່ານມາ ພວກເຮົາເຮັດໄດ້ພຽງເປັນຮອງແຊ໋ມ ແຕ່ແນ່ນອນວ່າປີນີ້ ພວກເຮົາຈະສ້າງຜົນງານໃຫ້ດີທີ່ສຸດ ເພື່ອພ້ອມກັນສ້າງຜົນງານຄັ້ງປະຫວັດສາດໃຫ້ທີມ ໂດຍພວກເຮົາໄດ້ມີສະໂລແກນ ປະຈຳປີ 2023 ຂອງທີມວ່າ: “together we can do it ຫຼື ເຮົາຮ່ວມກັນ ເຮົາເຮັດໄດ້”.

      ໂອກາດດຽວກັນ, ທ່ານ ວິຣະໄຊຄຳ ພິລາພັນເດຊ ຜູ້ອຳນວຍການໃຫຍ່ ບໍລິສັດ ອີຊູຊຸ ລາວ ບໍລິການ ຈຳກັດ ຜູ້ດຽວ ກ່າວວ່າ: ການເຕະບານ ສິ່ງສໍາຄັນແມ່ນການຫຼິ້ນເປັນທີມເວີກ ເພາະ ການຈະໄດ້ແຊ໋ມມາໄດ້ນັ້ນ ທຸກຄົນພາຍໃນທີມ ກໍຄື ຄະນະນໍາ, ຄູຝຶກ ແລະ ນັກກິລາທຸກຄົນ ຕ້ອງເປັນຈິດໜຶ່ງໃຈດຽວກັນ ໂດຍສະເພາະ 11 ຜູ້ຫຼິ້ນທີ່ຢູ່ໃນສະໜາມ ຕ້ອງຮ່ວມໃຈກັນເປັນຈິດ ໜຶ່ງໃຈດຽວກັນ ເພື່ອຊະນະຄູ່ແຂ່ງໃຫ້ໄດ້. ເພາະສະນັ້ນ, ພວກເຮົາຂໍຝາກຄວາມຫວັງໃຫ້ກັບທຸກ ຄົນເຮັດໃຫ້ດີທີ່ສຸດ ເພື່ອຍາດແຊ໋ມມາໄດ້ໃຫ້ ແລະ ທາງພວກເຮົາພ້ອມສະໜັບສະໜູນ ເພື່ອພ້ອມກັນພັດທະນາທີມ ກໍຄື ວົງການກິລາບານເຕະລາວໃຫ້ມີບາດກ້າວທີ່ພົ້ນເດັ່ນກວ່າເກົ່າ.

      ສະເພາະຜົນງານຂອງມາສເຕີ ເຊເວັນ ເອັບຊີ ລະດູການ 2022 ຜ່ານມາ ລົງສະໜາມ 18 ນັດ ຊະນະ 9, ສະເໝີ 6 ແລະ ເສຍ 3 ນັດ ມີ 33 ຄະແນນ ໄດ້ພຽງອັນດັບ 2 ໄປຄອງ ໂດຍຕາມຫຼັງ ຊ້າງນ້ອຍ ເອັບຊີ ແຊ໋ມເປບຊີ ລາວລີກ 1 ລະດູການ 2022 ຢູ່ 10 ຄະແນນ ແລະ ປີນີ້ ກໍມີ 8 ສະໂມສອນເຂົ້າຮ່ວມແຂ່ງຂັນ ຄື: ຊ້າງນ້ອຍ ເອັບຊີ, ມາສເຕີ ເຊເວັນ ເອັບຊີ, ເອສຣາ ເອັບຊີ, ກອງທັບ ເອັບຊີ, ຫຼວງພະບາງ, ວຽງຈັນ ເອັບຊີ, ຈໍາປາສັກ ເອັບຊີ ແລະ ຫຼວງນໍ້າທາ ຢູໄນເຕັດ.

      ສໍາລັບຕາຕະລາງແຂ່ງຂັນຂອງມາສເຕີ ເຊເວັນ ເອັບຊີ ຈະລົງສະໜາມນັດທໍາອິດດ້ວຍການເປີດ ບ້ານຕ້ອນຮັບການມາຢາມຂອງຈໍາປາສັກ ເອັບຊີ ໃນເວລາ 16:00 ໂມງຂອງວັນທີ 19 ກຸມພາ 2023 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).

ໂດຍ ສົງການ ພັນແພງດີ, ໜັງສືພິມສຶກສາ-ກິລາ ລາຍວັນ