ລາຍລະອຽດຂ່າວ
ແຟນໆນັກກິລາແລ່ນ ກຽມໂຕມາເຊຍ ທ້າວ ສໍສີ ພົມພັກດີ
ຂຽນເມື່ອ: 11/02/2023 10:02 | ໂດຍ: reporter | ອ່ານ: 554 ຄັ້ງ


      ທ້າວ ສໍສີ ພົມພັກດີ ນັກສຶກສາ ສະຖາບັນກິລາ-ກາຍຍະກຳ ລູກຫຼານພໍ່ກະດວດ ສາຍເລືອດສະຫວັນນະເຂດ ອາຍຸ 22 ປີ, ເຈົ້າຂອງສ່ວນສູງ 1,79 ແມັດ ແລະ ມີສະຖິຕິ ແລ່ນໄວທີ່ສຸດໃນປະເທດລາວໃນການແລ່ນ 100 ແມັດ ສະຖິຕິ 10,81 ວິນາທີ ເຮັດໄດ້ໃນລາຍການ Track & Field Thailand Open 2022 ໄທີ່ ບາງກອກ.  ເຊິ່ງຈະລົງແຂ່ງຂັນແລ່ນ-ລານເດີ່ນຮົ່ມຊິງແຊມ ອາຊີ ຄັ້ງທີ 10 ທີ່ປະເທດ ຄາຊັກສະຖານ ໃນລາຍການ 60 ແມັດ, ພາຍໃຕ້ສະພາບອາກາດ ພາຍນອກສະໜາມ -22 ອົງສາ. 

      ແຟນກິລາແລ່ນລານ ຢ່າລືມສົ່ງກຳລັງໃຈ ໃຫ້ ສໍສີໄດ້ ມື້ນີ້, ໃນວັນທີ 11/2/2023 ຕາມເວລາປະເທດລາວ 11:46
ທ່ານສາມາດຕິດຕາມຊົມເບີ່ງແບບສົດໆທາງ YouTube: https://www.youtube.com/live/t9N1U9Ger5g?feature=share

ພາບແລະ ຂໍ້ມູນຈາກ: ສະຫະພັນກິລາແລ່ນ-ລານ ແຫ່ງຊາດ