ລາຍລະອຽດຂ່າວ
ເຊວຊີ ຍັງຝືດ! ເປີດບ້ານ ສະເໝີ ຟູແລມ 0-0
ຂຽນເມື່ອ: 04/02/2023 13:02 | ໂດຍ: reporter | ອ່ານ: 87 ຄັ້ງ
ທີມສິງໂຕຟ້າ ເຊວຊີ ຍັງຝືດ ຫາຟອມເກັ່ງບໍ່ພົບ ຫຼັງຈາກເປີດບ້ານເຮັດໄດ້ພຽງສະເໝີກັບຜູ້ມາຢາມ ຟູແລມ ໄປແບບບໍ່ມີປະຕູ 0-0 ໃນເກມພຣີເມຍລີກ ຄືນວານນີ້.
ເຊວຊີ ຈັດນັກເຕະຊຸດໃຫຍ່ລົງເຕັມພິກັດ ລວມທັງນັກເຕະທີ່ຫາຊື້ມາໃໝ່ ຢ່າງ ເອນໂຊ ເຟນານເດສ ແຕ່ກໍເຮັດຫຍັງຢູແລມບໍ່ໄດ້ ຈົບເກມ ທັງສອງສະເໝີກັນໄປ 0-0 ເກັບໄປທີມລະໜຶ່ງຄະແນນ ເຊວຊີ ມີ 30 ຄະແນນ ຢູ່ອັນດັບ 9 ສ່ວນ ຟູແລມ ທະຍານຂຶ້ນອັນດັບ 6 ຂອງຕາຕະລາງ
ສ່ວນເກມໃນຄືນມື້ນີ້ ມີທັງໝົດ 7 ຄູ່:
- 19:30 ມ: ເອຟເວີຕັນ ພົບ ອາເຊນອລ;
- 22:00 ມ: ແອສຕັນ ວິລລາ ພົບ ເລສເຕີ;
- 22:00 ມ: ເບຣນຟອດ ພົບ ເຊົາແທມຕັນ;
- 22:00 ມ: ແມນ ຢູໄນເຕັດ ພົບ ຄຣິສຕັນ ພາເຫຼດ;
- 22:00 ມ: ຟູແຮມຕັນ ພົບ ລີເວີພູລ;
- 00:30 ມ: ນິວຄາສເຊິນ ເວສແຮມ.
ໂດຍ: ອອ໊ຟໄຊ

ຂ່າວຍອດນິຍົມ 7 ວັນລ່າສຸດ
ຂ່າວລ່າສຸດ