ລາຍລະອຽດຂ່າວ
Master 7 ເປີດຕົວຄູຝຶກຄົນໃໝ່ ພ້ອມທັງຕັ້ງເປົ້າຄວ້າແຊ້ມໃນລະດູການນີ້
ຂຽນເມື່ອ: 04/02/2023 09:02 | ໂດຍ: reporter | ອ່ານ: 107 ຄັ້ງ

       ພິທີຖະແຫຼງຂ່າວ ເປີດຕົວ ທ່ານ ວຸດທິວັດ ແດງສະເໝີກຽດ (Voottivat DAENGSAMERKIAT ) ອາດີດນັກເຕະທີມຊາດໄທ ໃນຍຸກ 1980s ເປັນຄູຝຶກຄົນໃໝສະໂມສອນບານເຕະມາສເຕິເຊເວັ້ນເອຟຊີ( MASTER 7 FC)ເພື່ອກຽມລຸຍ ແປ໋ບຊີ ລາວລີກ 1 ໃນລະດູການ 2023 ນີ້, ເຊິ່ງພິທີດັ່່ງກ່າວ ໄດ້ຈັດຂື້ນໃນຕອນແລງຂອງວັນທີ 3 ກຸມພາ 2023 ທີ່ ສະໂມສອນ Master 7 ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ,ໂດຍການເຂົ້າຮ່ວມຖະແຫຼງຂ່າວຂອງທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ.

      ໃນພິທີ, ທ່ານ ບຸນຖະໜອມ ສີຫາລາດ ໄດ້ລາຍງານເຖິງຄວາມພ້ອມຂອງທີມໃນການເຂົ້າຮ່ວມການແຂ່ງຂັນບານເຕະເປບຊີ ລາວລີກ 1 ປະຈຳປີ 2023 ວ່າ: '' ມາສເຕີ້ ເຊເວັ້ນ ໄດ້ດຶງຄູຝຶກ ທີ່ມີປະສົບການສູງ ແລະ ມີຜົນສໍາເລັດໃນວົງການບານເຕະໄທ ມາຊ່ວຍໃນການພັດທະນາວົງການບານເຕະລາວ ໃຫ້ດີຍິ່ງຂຶ້ນ ໂດຍສະເພາະແມ່ນນັກກິລາ ສະໂມສອນ ທີ່ເນັ້ນການພັດທະນາບານເຕະເຍົາວະຊົນ, ສ່ວນການເສີມນັກກິລາແມ່ນໄດ້ດຶງນັກກິລາທີມຊາດລາວ ຈຳນວນຫນຶ່ງມາຮ່ວມທີມ, ເຖິງແມ່ນວ່າສະໂມສອນໄດ້ປ່ອຍນັກເຕະກຳລັງຫລັກທີ່ເປັນໝາກຫົວໃຈຂອງທີມໄປໃຫ້ກັບສະໂມສອນອື່ນກໍ່ຕາມ ແລະ ຕັ້ງເປົ້າຄວ້າແຊ້ມລີກໃນລະດູການນີ້.

      ຂະນະທີ່ ທ່ານ ວຸດທິວັດ ແດງສະເໝີກຽດ ໄດ້ກ່າວວ່າ: '' ສໍາລັບປະສົບການຂອງຕົນເອງແມ່ນເຄີຍຕິດທີມຊາດໄທ, ເຄີຍຄຸມທີມຊາດໄທ ໃນຮຸ່ນເຍົາວະຊົນ ແລະ ເຄີຍຫລິ້ນໃຫ້ສະໂມສອນໃນລີກສູງສຸດຂອງປະເທດໄທ, ການເລືອກມາຄຸມ ສະໂມສອນ ມາສເຕີ້ ເຊເວັ້ນ ກໍຢູ່ໃນເສັ້ນທາງ ແລະ ແນວຄິດ ລວມເຖິງຍຸດທະສາດໃນທາງດຽວກັນ ໂດຍສະເພາະແມ່ນການພັດທະນານັກເຕະເຍົາວະຊົນ, ພັດທະນາທີມ ແລະ ພັດທະນາວົງການບານເຕະລາວ, ເປົ້າຫມາຍແມ່ນຢາກຄວ້າແຊ້ມ ''.

      ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ມີໂມສອນບານເຕະເຂົ້າຮ່ວມທັງຫມົດ 9 ສະໂມສອນໂດຍປະກອບມີ:

1. ສະໂມສອນ ກິລາບານເຕະ ຊ້າງນ້ອຍ

2. ສະໂມສອນ ກິລາບານເຕະ ກອງທັບ

3. ສະໂມສອນ ກິລາບານເຕະ ວຽງຈັນ

4. ສະໂມສອນ ກິລາບານເຕະ ເອສະຣາ

5. ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ

6. ສະໂມສອນ ກິລາບານເຕະ ຫຼວງພະບາງ

7. ສະໂມສອນ ກິລາບານເຕະ ຈຳປາສັກ

8. ສະໂມສອນ ກິລາບານເຕະ ຫຼວງນໍ້າທາ

9. ສະໂມສອນ ກິລາບານເຕະ ບໍລິຄຳໄຊ

      ສຳລັບການແຂ່ງຂັນ ແປ໋ບຊີລາວລີກ 1 ລະດູການນີ້ຈະໃຊ້ຮູບແບບການແຂ່ງຂັນແບບພົບກັນ 2 ຮອບ (Double Round-Robin) ຄື: ຮອບຂາໄປ, ຮອບຂາກັບ, ໂດຍຈະເລີ້ມແຂ່ງຂັນ ໃນວັນທີ 18 ກຸມພາ 2023, ສຳລັບນັດທຳອິດ ສະໂມສອນ ບານເຕະ ມາສເຕີ້ ເຊເວັ້ນ ແມ່ນຈະພົບກັບ ສະໂມສອນ ກິລາບານເຕະ ຫຼວງນໍ້າທາ ແຂ່ງຂັນວັນທີ 18 ກຸມພາ 2023 ເວລາ 19:00 ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16.

ຮຽບຮຽງໂດຍ: ນັກຂ່າວເງົາ

ຮູບແລະຂໍ້ມູນຈາກ: ສະໂມສອນ Master 7




ທ່ານ ວຸດທິວັດ ແດງສະເໝີກຽດ
ທ່ານ ບຸນຖະໜອມ ສີຫາລາດ