ລາຍລະອຽດຂ່າວ
ຄວກ ແລກປ່ຽນຫາແນວທາງສົ່ງເສີມດ້ານວິຊາການ ແລະ ການຄົ້ນຄວ້າວິໄຈດ້ານວິທະຍາສາດການກີລາກັບ ມ. ຈຸລົງລົງກອນ
ຂຽນເມື່ອ: 02/02/2023 16:02 | ໂດຍ: reporter | ອ່ານ: 77 ຄັ້ງ

      ໃນຕອນເຊົ້າຂອງວັນທີ 1 ກຸມພາທີ່ຜ່ານມາ ຄະນະວິທະຍາສາດການກີລາ-ກາຍະກຳ(ຄວກ)ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຕ້ອນຮັບ ຄະນະຄູ ອາຈານ ຈາກຄະນະວິທະຍາສາດການກີລາ ມະຫາວິທະຍາໄລ ຈຸລາລົງກອນ(ປະເທດໄທ) ທີ່ມາຢ້ຽມຢາມແລະ ພົບປະແລກປ່ຽນດ້ານວິຊາການ, ພ້ອມທັງຫາລື ແນວທາງການຮ່ວມມືໃນການຄົ້ນຄວ້າວິໄຈຮ່ວມກັນ.

      ການຕ້ອນຮັບຄັ້ງນີ້ໂດຍແມ່ນທ່ານ ຮສ. ໂພສີ ທິບດາວັນ ອະທິການບໍດີ ມຊ, ທ່ານ ປອ. ອິນຕອງ ເລີດສິນໄຊ ຄະນະບໍດີ ຄວກ ພ້ອມດ້ວຍພະນັກງານ ຄູ ອຈ ໃຫ້ການຕ້ອນຮັບ ຄະນະຄູ ຈາກຄະນະວິທະຍາສາດການກີລາ ມະຫາວິທະຍາໄລ ຈຸລາລົງກອນ(ປະເທດໄທ) ນຳໂດຍ ທ່ານ ຮສ.ປອ ໄຊພັດ ລໍສິຣິລັດ ຄະນະບໍດີ ຄະນະວິທະຍາສາດການກີລາ ພ້ອມທັງ ຮອງຄະນະບໍດີ ແລະ ຄູ ອຈ 50 ​ທ່ານ.

      ໂອກາດດັ່ງກ່າວ ທັງ 2 ຝ່າຍ ໄດ້ມີການແລກປ່ຽນບົດຮຽນ ວິຊາການ ຢ່າງຕົງໄປຕົງມາ ໂດຍສະເພາະແມ່ນການ ນຳໃຊ້ ແລະ ສ້າງຫຼັກສູດເພື່ອໃຫ້ສັງຄົມສົນໃຈ ຕອບສະໜອງໄດ້ຕໍ່ສະພາບການປ່ຽນແປງ ເພື່ອດຶງດູດໜັກສຶກສາໃຫ້ເຂົ້າມາຮຽນຫຼາຍຂຶ້ນ ເປົ້າໝາຍສຳຄັນເວລານັກສຶກສາຈົບໄປແມ່ນຮັບປະກັນໃຫ້ມີວຽກເຮັດງານທຳ. ການຮ່ວມມືກັນໃນການເຮັດວິໄຈ ທາງດ້ານວິທະຍາສາດການກີລາ, ໃນບໍລິບົດຂອງລາວ ແລະ ກ້າວໄປເຖິງຫາແນວທາງໃນການສົ່ງເສີມເຊິ່ງກັນແລະກັນໃນການພັດທະນາ. ທັງ 2 ຝ່າຍຍັງເຫັນດີທີ່ຈະເຊັນບົດບັນທືກຄວາມເຂົ້າໃຈໃນການຮ່ວມມືນຳກັນອິກດ້ວຍ.

ພາບໂດຍ: ຂັນທະລີ ຕະຕິເດດ

ຂ່າວໂດຍ: ນັກຂ່າວເງົາ