ແຂວງໄຊສົມບູນ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 18 ທ່ານ, ຍິງ 1 ທ່ານ ໃນ 2 ປະເພດກິລາ ຄື ກິລາແລ່ນ-ລານ ແລະ ກິລາຍົກນ້ຳໜັກ ເຂົ້າຮ່ວມຊີງໄຊໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນກາງເດືອນກຸມພານີ້.
ອີງຕາມຂໍ້ມູນທີ່ ທ່ານ ທອງສະຫວັດ ວົງສະຫວ່າງ ຮອງຫົວໜ້າຄະນະຮັບຜິດຊອບກອງເລຂາ ແລະ ເຕັກນິກ ກິລາຄົນພິການແຂວງໄຊສົມບູນ ເຂົ້າລາຍງານຕໍ່ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງ, ຫົວໜ້າຄະນະຮັບຜິດຊອບຊີ້ນຳຄະນະນັກກິລາຄົນພິການແຂວງໄຊສົມບູນ ເຂົ້າຮ່ວມງານມະຫະກຳກິລາຄົນພິການ ຄັ້ງທີ 3 ທີ່ແຂວງຊຽງຂວາງ ໃຫ້ຮູ້ວ່າ: ມາຮອດປັດຈຸບັນການກະກຽມຄວາມພ້ອມໃນການຈັດສົ່ງນັກກິລາຄົນພິການເຂົ້າຮ່ວມແຂ່ງຂັນ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 14-18 ກຸມພາ 2023 ນັ້ນ, ແຂວງໄຊສົມບູນ ໄດ້ກໍານົດເອົາ 2 ປະເພດກິລາ ຄື: ກິລາແລ່ນ-ລານ ແລະ ກິລາຍົກນ້ຳໜັກ ໂດຍມີຄະນະນຳ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ຜູ້ຊ່ວຍນັກກິລາ ແລະ ນັກກິລາ ຈໍານວນ 18 ທ່ານ, ຍິງ 1 ທ່ານ. ໃນນີ້ສະເພາະກິລາແລ່ນ-ລານຄົນພິການ ແມ່ນໄດ້ສົ່ງນັກກິລາ ເຂົ້າສູນຝຶກຊ້ອມ ທີ່ສະໜາມກິລາເຈົ້າອະນຸວົງ ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 27 ມັງກອນ 2023 ເປັນຕົ້ນມາ.
ຢ່າງໃດກໍຕາມ, ໃນການກະກຽມຄວາມພ້ອມດັ່ງກ່າວ ເຖິງວ່າຈະມີຜົນສໍາເລັດຫຼາຍດ້ານ ແຕ່ກໍປາສະຈາກບັນຫາ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດ ເຊັ່ນ: ງົບປະມານຮັບໃຊ້ເຂົ້າໃນການຝຶກຊ້ອມຍັງບໍ່ທ່ວງທັນກັບແຜນວຽກຕົວຈິງ, ວັນເວລາຂອງການເຂົ້າສູນຝຶກຊ້ອມມີຈໍາກັດ, ບໍ່ມີສະຖານທີ່ ແລະ ອຸປະກອນການຝຶກຊ້ອມ ຍັງໄດ້ຢືມນໍາໃຊ້ຈາກພາກສ່ວນອື່ນ. ແນວໃດກໍດີ, ເພື່ອເຮັດໃຫ້ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ບັນລຸຕາມຄາດໝາຍ ຄະນະຮັບຜິດຊອບກອງເລຂາ ແລະ ເຕັກນິກ ພວກເຮົາໄດ້ໃກ້ຊິດຕິດແທດ, ຊີ້ນໍາຄູຝຶກ ແລະ ນັກກິລາແຕ່ລະປະເພດໃຫ້ເອົາໃຈໃສ່ຕັ້ງໜ້າຝຶກຊ້ອມໃຫ້ເປັນປົກະຕິ ແລະ ຕໍ່ເນື່ອງ ບໍ່ໃຫ້ຄູຝຶກ ແລະ ນັກກິລາມີແນວຄິດຄອນແຄນ ຫຼື ທໍ້ຖອຍ ໃນເວລາຝຶກຊ້ອມ ແລະ ເວລາລົງແຂ່ງຂັນຕົວຈິງ.
ສຳລັບຄະນະນໍາ, ຄູຝຶກ ແລະ ນັກກິລາແຂວງໄຊສົມບູນ ຈະອອກເດີນທາງໃນວັນທີ 8 ກຸມພາ 2023 ເພື່ອເຂົ້າຮ່ວມງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 14-18 ກຸມພາ 2023.
ຂໍ້ມູນ ແລະ ພາບ ຈາກ ໜັງສືພິມ ສຶກສາ-ກິລາ ລາຍວັນ
