ໂອກາດສຳລັບນັກກິລາລົດຖີບມາຮອດແລ້ວ! ອີງຕາມຂໍ້ມູນຈາກສະຫະພັນລົດຖີບແຫ່ງຊາດລາວ ໄດ້ແຈ້ງໃຫ້ຮູ້ວ່າ ຈະມີການກະກຽມຈັດການແຂ່ງຂັນເພື່ອຄັດເລືອກນັກກິລາ ລົດຖີບທີມຊາດລາວ. ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນລະດັບຄົງເຂດ ແລະ ນາໆຊາດ ປະຈຳປີ 2023
ໂດຍສະຫະພັນລົດດຖີບແຫ່ງຊາດລາວ ຂໍຖືເປັນກຽດຮຽນເຊີນສະຫະພັນລົດຖີບແຂວງ ແລະ ນະຄອນຫລວງ, ບັນດາສະໂມສອນກິລາລົດຖີບ ແລະ ນັກກິລາລົດຖີບໃນຂອບເຂດທົ່ວປະເທດ ເຂົ້າການແຂ່ງຂັນ ເພື່ອຄັດເລືອກເອົານັກກິລາລາວ ເພື່ອເຂົ້າຮ່ວມການແຂ່ງຂັນລະດັບນາໆຊາດ ໃນປີ2023 ປະກອບດ້ວຍ:
1. ລາຍການ 32nd SEA Games, ແຕວ່ ນັທີ5-17/5/2023 ທ່ີພະນມົເປັນ, ປະເທດກາໍປເູຈັຍ,
2. ລາຍການ 42nd Asian Road Cycling Championships 2023, ແຕວ່ ນັທີ
7-13/6/2023 ທ່ີຣະຍອງ, ປະເທດໄທ,
3. ລາຍການ 19th Asian Games 2022, ແຕວ່ ນັທີ23/9–8/10/2023 ທ່ີຫາງໂຈປະເທດຈີນ ການຄັດເລືອກຈະມີຂື້ນ:
ວັນທີ 18 ກຸມພາ 2023 ເວລາ 8:00ມ ລາຍການແຂງ່ ຂັນ ໄຄຣເຕຣຽມ (Criterium):ໄລຍະທາງ 40 km (10 ຮອບ), ສະຖານທ່ີ: ລົງທະບຽນ/ເລີ້ມ ບຶງທາດຫລວງ ເຂດເສດຖະກິດພິເສດ.
ວັນທີ 19 ກຸມພາ 2023 ເວລາ 6:00ມ ລາຍການແຂ່ງ ຂັນທາງໄກ ປະເພດບຸກຄົນຊາຍ(Individual Mass Start): ໄລຍະທາງ 142km, ສະຖານທ່ີ: ລງົທະບຽນ/ເລີ້ມ ສະຫນາມກິລາຫລັກ16 ໄປທາງໂຄກສາ - ນາໍ້ປຽນ - ບາ້ນເກີນ - ຫວ້ຍໂຄ້ງ- ເສັ້ນໄຊ ຄ້ອຍພູພະ
ເງືອນໄຂນັກກິລາທີ່ຈະເຂົ້າຮວ່ມແຂ່ງຂັນ
1) ຕອ້ງມີອາຍຸ19 ປີຂື້ນໄປ, ສັນຊາດລາວ, ມືເອກະສານຢັ້ງຢືນ ເຊ່ັນບດັປະຈາໍຕົວ ຫລື ສຳມະໂນຄົວ
2) ຕ້ອງບໍ່ເປັນຜູ້ຢູ່ລະຫວ່າງຖືກ ລົງໂທດທາງວິໃນ ຫາ້ມແຂ່ງຂັນ ຈາກສະຫະພັນລົດຖີບແຫ່ງຊາດລາວ ຫລື ສາກົນ
3) ກອ່ນເລ່ີມແຂ່ງຂັນ 30 ນາທີ ຕ້ອງມາສະເໜີຕວົ ພ້ອມນໍາທ່ີຈະໃຊແຂ່ງຂັນມາກວດເຕັກນິກ ຖ້າບໍ່ມາຖືວ່າສະຫລະສິດ
4) ຕອ້ງຊື້ປະກັນອຸບັດຕິເຫດ ໄລຍະເວລາ 2 ວນັ ລາຄາ 50.000 ກີບເພື່ອຄຸ້ມຄອງຕົນເອງໃນໄລຍະການແຂ່ງຂັນ ໃນສ່ວນສະຫະພັນຈະຮັບຜິດຊອບແຕ່ການຈັດການແຂ່ງຂັນ ແລະ ປະຖົມພະຍາບານໃນເບື່ອງຕົ້ນ ແລະ ນຳສົ່ງໄປຫາໂຮງໜໍ ຫລື ສຸກສາລາທີ່ຢູໄກ້ຄຽງເມົ່ານັ້ນ.
ຂໍ້ມູນເພີ່ມຕື່ມຕິດຕໍ່
ທ່ານ ກາບຊອົ້ ນ: 020 99993666
ທ່ານ ທະນງົນກຶ : 020 59994623
ທ່ານ ມຸກດາ: 020 55444989
ຂ່າວ: ນັກຂ່າວເງົາ
ຂໍ້ມູນ ແລະ ພາບຈາກ: ສະຫະພັນລົດຖີບແຫ່ງຊາດລາວ
