ລາຍລະອຽດຂ່າວ
ສອງສະໂມສອນ ຢູ-9 ຈາກ ສປປ ລາວ ເຂົ້າຊີງກັນເອງ ໃນລາຍການ ຊີງແຊ໋ມພາກອີສານ 2023 ທີ່ປະເທດໄທ
ຂຽນເມື່ອ: 25/01/2023 14:01 | ໂດຍ: reporter | ອ່ານ: 579 ຄັ້ງ

     ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື W.I.G NAGA  ທີມນ້ອງໃໝ່ ແລະ ສະໂມສອນ ມັດສະດາ ຈີບີ ເອັບຊີ (Mazda GB FC) ກາຍເປັນສອງທີມຈາກ ສປປ ລາວ ທີ່ສາມາດເຂົ້າຊີງກັນເອງ ໃນລາຍການ ເຕະບານ 6 ຄົນ ຮຸ່ນອາຍຸບໍ່ເກີນ 9 ປີ ຫຼື ຢູ-9 ຊີງແຊ໋ມພາກອີສານ ປະຈຳປີ 2023 ທີ່ແຂວງໜອງຄາຍ ປະເທດໄທ...ຂະນະທີ່ ໃນຮຸ່ນ ຢູ-13 ສາມທີມຈາກ ສປປ ລາວ ໄປໄກສຸດພຽງຮອບ 8 ທີມ.

      ການແຂ່ງຂັນເຕະບານເຍົາວະຊົນ 6 ຄົນ ຢູ-9, ຢູ-11, ຢູ-13 ແລະ ຢູ-16 ຊີງແຊ໋ມພາກອີສານ ປະຈຳປີ 2023 ຈັດຂຶ້ນ 4 ອາທິດ ທີ່ແຂວງໜອງຄາຍ ປະເທດໄທ ຊຶ່ງອາທິດທຳອິດເລີ່ມແຂ່ງຂັນໃນວັນທີ 21 ມັງກອນ ຜ່ານມາ ມີບັນດາທີມທົ່ວພາກອີສານ ແລະ ບັນດາສະໂມສອນ ຈາກສປປ ລາວ ກໍຄື ນະຄອນຫຼວງວຽງຈັນ ສົ່ງເຂົ້າຮ່ວມຊີໄຊຫຼາຍກວ່າ 94 ທີມ, ໃນນັ້ນ ຢູ-9 ມີ 16 ທີມ ແລະ ມີພຽງ 2 ສະໂມສອນ ຕາງໜ້າ ຈາກສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນ ປະກອບມີ ທີມ W.I.G NAGA ສົ່ງ 1 ທີມ ແລະ Mazda GB FC ສົ່ງ 2 ທີມ ກໍຄື ທີມ ເອ ແລະ ທີມ ບີ. ນອກນັ້ນ, ກໍຍັງມີ ສະໂມສອນ ໄຊເສດຖາ ອະຄາເດມີ ຈາກສປປ ລາວ ສົ່ງເຂົ້າຮ່ວມໃນຮຸ່ນອາຍຸ 11 ປີ.

      ການແຂ່ງຂັນໃນຮຸ່ນອາຍຸ 9 ປີ ເປັນຮຸ່ນທຳອິດ ໃນການເປີດແຂ່ງຂັນລາຍການດັ່ງກ່າວ ໂດຍສະໂມສອນ W.I.G NAGA ແລະ Mazda GB FC ຈາກ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນ ແມ່ນສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດໄລ່ຖະຫຼົ່ມຄູ່ ທີ່ເດີນທາງມາຈາກທົ່ວພາກອີສານຂອງໄທ ໄປແບບຖະຂາດຮອຍ ກ່ອນທັງສອງທີມໄດ້ໂຄຈອນມາພົບກັນເອງໃນຮອບຊີງຊະນະເລີດ ແລະ ເປັນນັດທຳອິດ ທີ່ທັງສອງທີມໄດ້ມາພົບກັນອີກດ້ວຍ ຜ່ານການແຂ່ງຂັນຜົນປະກົດວ່າ ໃນເຄິ່ງເວລາທຳອິດ ເປັນ Mazda GB FC ແຊ໋ມລາຍການ ລາລີກາ ຈາກປະເທດມາເລເຊຍ ແລະ ແຊ໋ມຊົນແຊ໋ມຈາກແຂວງຊຽງຣາຍ ປະເທດໄທ 2022 ໄດ້ປະຕູອອກນຳໄປກ່ອນເຖິງ 2-0 ແຕ່ຫຼັງຈາກນັ້ນ W.I.G NAGA ກໍຄອງບານ ແລະ ບຸກໜັກເຂົ້າໃສ່ ຈົນສາມາດຍິງແຊງ 3 ປະຕູລວດ ຊະນະ Mazda GB FC 3-2 ປະຕູ ຄອງແຊ໋ມລາຍການດັ່ງກ່າວໄປຄອງ ພ້ອມກັບລາງວັນດາວຊັນໂວອີກ 1 ລາງວັນຈາກທ້າວ ສຸພະໄຊ ຕາວັນ ທີ່ສາມາດເໝົາຍິງຄົນດຽວ 5 ປະຕູ ຈາກ 2 ນັດ ໃນຮອບ 4 ທີມ ແລະ ນັດຊີງຊະນະເລີດ ສ່ວນ Mazda GB FC ໄດ້ອັນດັບທີ 2.

      ສ່ວນຜົນງານຂອງ ຢູ-11 ແຂ່ງຂັນໃນວັນທີ 22 ມັງກອນ 2022 ມີ 3 ສະໂມສອນສົ່ງເຂົ້າຮ່ວມ ກໍຄື W.I.G NAGA, Mazda GB FC ແລະ ໄຊເສດຖາ ອະຄາເດມີ ຈອດພຽງຮອບ 8 ທີມສຸດທ້າຍ ໂດຍ W.I.G NAGA ເສຍໃຫ້ທີມໄກ່ຈິວ A (ອະຄາເດມີຂອງ ໜອງບົວພິໄຊຢະ ທີມໃນໄທລີກ) ຂະນະທີ່ Mazda GB FC ເສຍໃຫ້ກັບ ທີມໄກຈິວ B ແລະ ໄຊເສດຖາ ແມ່ນຈົບທີ່ຮອບ 16 ທີມສຸດທ້າຍ. 

ຂໍ້ມູນ ແລະ ພາບ ຈາກ ໜັງສືພິມ ສຶກສາ-ກິລາ ລາຍວັນ

ຮຽບຮຽງໂດຍ: ປັ່ນໂຄ້ງ