ທີມ ປືນໃຫຍ່ “ອາເຊນອລ” ຍັງແຮງບໍ່ຢຸດ ຫຼັງເປີດບ້ານສອຍທີມຜູ້ມາຢາມ ຜີສາດແດງ ແມນເຊສເຕີ ຢູໄນເຕັດ ໄປແບບວຸດຫວິດ 3-2 ເກັບອີກສາມແຕ້ມ ນຳເປັນຈ່າຝູງຕໍ່ໄປ ໃນເກມພຣີເມຍລີກອັງກິດ ນັດທ້າຍສັບປະດາ!
ເຈົ້າບ້ານ ອາເຊນອລ ຖືກແມນຢູ ຍິງນໍາອອກໄປກ່ອນແຕ່ນາທີໆ 17 ຈາກ “ມາຄັສ ແຣຊຟອດ” ກ່ອນທີ່ຈະຍິງນຳມາສະເໝີ ເປັນ 1-1 ໃນນາທີໆ 24 ຈາກ “ເອັດເວີດ ເອັນເຄເທຍ” ແລະ ມາຍິງແຊງອອກນຳເປັນ 2-1 ໃນນາທີໆ 53 ຈາກ “ບູຄາໂຢ ຊາກາ” ກ່ອນທີ່ “ລີຊານໂດຣ ມາຕີເນຊ” ຂອງແມນຢູ ຈະຍິງມາສະເໝີ 2-2ໃ ນນາທີໆ 59.
ຫຼັງຈາກນັ້ນ, ເກມທຳທ່າຈະຈົບລົງດ້ວຍຜົນສະເໝີ ແຕ່ນາທີສຸດທ້າຍ (90’) ເອັດເວີດ ເອັນເຄເທຍ ກໍມາຍິງປະຕູໄຊໃຫ້ເຈົ້າບ້ານ ອາເຊນອລ ສອຍຊະນະ ແມນຢູ ໄປແບບສຽດສິວ 3-2 ເກັບໄດ້ອີກສາມຄະແນນສຳເລັດ ມີ 50 ຄະແນນ ຈາກການລົງເຕະ 19 ນັດ ແລະ ນຳເປັນຈ່າຝູງຕໍ່ໄປ. ສ່ວນ ແມນຢູ ຍັງຢູ່ທີ່ 39 ຄະແນນ ແຕ່ເຕະໄປແລ້ວ 20 ນັດ ຢູ່ອັນດັບສີ່ຂອງຕາຕະລາງ.
*ສ່ວນຜົນຂອງຄູ່ອື່ນໆມີດັ່ງນີ້:
- ແມນເຊສເຕີ ຊີຕີ້ - ວູຟແທັມຕັນ: 3-0;
- ລີດ ຢູໄນເຕັດ - ເບຣນຟອດ: 0-0;
- ຄຣິສຕັນ ພາເຫຼດ - ນິວຄາສເຊິນ 0-0;
- ເວສແຮມ - ເອຟເວີຕັນ 2-0;
- ເຊົາແທມຕັນ - ແອສຕັນ ວິລລາ: 0-1;
- ເລສເຕີ ຊີຕີ້ - ໄບຣຕັນ: 2-2;
- ບອນມັດ - ຟໍເຣສ : 1-1;
- ລີເວີພູລ - ເຊວຊີ : 0-0.
ໂດຍ: ປັ່ນໂຄ້ງ
