ລາຍລະອຽດຂ່າວ
ແຊ້ມເກົ່າ ຄວກ ເກັບ 3 ແຕ້ມນັດ ເປີດສະໜາມ ກິລາ ນັກສຶກສາ ມຊ ປະຈຳປີ 2023
ຂຽນເມື່ອ: 11/01/2023 22:01 | ໂດຍ: revive | ອ່ານ: 447 ຄັ້ງ

      ການແຂ່ງຂັນກິລາ ນັກສຶກສາ ທົ່ວ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ເປີດສາກຂຶ້ນຢ່າງເປັນທາງການແລ້ວ ໃນຕອນບ່າຍຂອງມື້ນີ້ ວັນທີ 11 ມັງກອນ 2023, ໂດຍການແຂ່ງຂັນ ບານເຕະຊາຍ ນັດທີ 1 ເປັນແຊ້ມເກົ່າ ຄະນະວິທະຍາສາດການກີລາ-ກາຍະກຳ(ຄວກ) ສາມາດເອົາຊະນະ ທີມ ຄະນະຊັບພະຍາກອນນ້ຳ(ຄຊນ) ໄປ 3-0.

       ສ່ວນອີກການແຂ່ງຂັນບານເຕະ ຊາຍອີກ 1​ ຄູ່ປະກົດວ່າ ຮອງແຊ້ມເກົ່າ ຄະນະວິສະວະກຳສາດ(ຄວສ) ຖະລົ່ມ ຄະນະອັກສອນສາດ(ຄອສ) 4-0. 

      ສຳລັບການແຂ່ງຂັນກິລາ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ປີນີ້ມີການແຂ່ງຂັນກັນທັງໝົດ 5 ປະເພດກິລາ ປະກອບດ້ວຍ: ບານເຕະ, ບານສົ່ງ, ກະຕໍ້, ຟຸດຊໍ ແລະ ແລ່ນ-ລານ, ເຊິ່ງທຸກນັດການແຂ່ງຂັນ ຈະໃຊ້ສະໜາມ ກິລາກາງມະຫາວິທະຍາໄລແຫ່ງຊາດ ແລະມີການຖ່າຍທອດສົດ(ບາງລາຍການສຳຄັນ) ທາງເພສ https://www.facebook.com/NUOLSPORT


                                                                                                                                       ໂດຍ: ນັກຂ່າວເງົ່າ
                                                                                                                                       ຮູບຈາກ: ເພສ ຄວກ