ລາຍລະອຽດຂ່າວ
ໄທ ບຸກໄປເສຍໃຫ້ເຈົ້າພາບ ມາເລເຊຍ 0-1 (AFF Mitsubishi Cup 2022)
ຂຽນເມື່ອ: 08/01/2023 10:01 | ໂດຍ: reporter | ອ່ານ: 128 ຄັ້ງ

      ທີມຊາດໄທ ບຸກອອກໄປຢາມເຈົ້າຖິ່ນມາເລເຊຍ ທີ່ສະໜາມ ບູກິດ ຈາຣິນ, ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ ໃນເກມຮອບຮອງຊະນະເລີດ "ເອເອຟເອຟ ມິດຊູບິຊິ ຄັບ 2022"  ປາກົດວ່າຖືກເຈົ້າບ້ານ ມາເລເຊຍ ສອຍຊະນະໄປວຸດຫວິດ 1 ຕໍ່ 0 ເກັບໄຊໄປກ່ອນໃນນັດທຳອິດ ກ່ອນທີ່ທັງສອງຈະກັບມາພົບກັນໃໝ່ອີກຄັ້ງ  ທີ່ບາງກອກ, ປະເທດໄທ ໃນວັນທີ 10 ມັງກອນ 2023 ເວລາ 19:30 ໂມງ.

      ສ່ວນຜົນອີກນຶ່ງຄູ່ ທີ່ແຂ່ງຂັນກັນໄປກໃນວັນສຸກ ວັນທີ 7 ມັງກອນ 2023 ປາກົດວ່າ ອິນໂດເນເຊຍ ເຈົ້າພາບ ແລະ ຫວຽດນາມ ບໍ່ສາມາດເຈາະປະຕູກັນໄດ້ ເຮັດໄດ້ພຽງສະເໝີ 0-0 ໂດຍທັງຄູ່ຈະໂຄຈອນໄປພົບກັນໃໝ່ອີກຄັ້ງ ທີ່ສະໜາມມີດິ່ງ, ຮ່າໂນ້ຍ, ສສ ຫວຽດນຮາມ ໃນມື້ອື່ນ ວັນທີ 9 ມັງກອນ 2023 ເວລາ 19:30 ໂມງ.

 

 

ໂດຍ: ປັ່ນໂຄ້ງ