ການແຂ່ງຂັນກິລາມະຫາວິທະຍາໄລ ອາຊຽນຄັ້ງທີ 20 ໂດຍການເປັນເຈົ້າພາບຂອງ ມະຫາວິທະຍາໄລຣາດຊະພັດ ອຸບົນຣາດຊະທານີ ປະເທດໄທ ທີ່ດຳເນີນການແຂ່ງຂັນຢ່າງເປັນທາງກັນ ລະຫວ່າງວັນທີ 26 ກໍລະກົດ ຫາວັນທີ 6 ສິງຫາ 2022, ເຊິ່ງມາຮອດວັນທີ 27 ທັບນັກກິລາ ຄາຣາເຕ້ ຄື ນາງ ຕຸກຕາ ມຸກດາວັນ ທີ່ລົງແຂ່ງຂັນໃນລາຍການ ຕໍ່ສູ້ຍິງ ຮຸ້ນ -50kg ແລະ ທ້າວ ເພັດສະຫວັນ ລາດຊະສິມມາ ລົງແຂ່ງຂັນໃນຮຸ້ນ -5kg ສາມາດຄວ້າຫຼຽນເງິນມາໃຫ້ ທັບນັກກິລາລາວໄດ້.
ແລະ ກໍ່ເປັນ 2 ຫຼຽນທຳອິດຂອງການແຂ່ງຂັນໃນຄັ້ງນີ້. ການແຂ່ງຂັນກິລາມະຫາວິທະຍາໄລອາຊຽນຄັ້ງນີ້ ລາວເຮົາສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 12 ປະເພດກິລາເຊິ່ງປະກອບດ້ວຍ 1. ແລ່ນ-ລານ, 2. ບານສົ່ງຫາດຊາຍ, 3. ຄາຣາເຕ, 4. ດອກປີກໄກ່, 5. ບານເຕະ, 6. ກະຕໍ້, 7. ປິ່ງປ່ອງ, 8.ເປຕັງ, 9. ອີສະປອດ, 10. ເທຄວັນໂດ, 11. ປັນຈັກຊີລັດ ແລະ 12. ມວຍ. ສຳລັບຜົນການແຂ່ງຂັນໃນມື້ຕໍ່ໆໄປທີມງານພວກເຮົາຈະລາຍງານໃຫ້ທ່ານຊາບພາຍຫຼັງ.

