ໃນວັນທີ 19 ພຶດສະພາ 2022 ນັກກິລາທີມຊາດລາວ ຈະລົງສະໜາມແຂ່ງຂັນ ໃນກິລາຊີເກມທັງໝົດ 12 ປະເພດກິລາ ປະກອບດ້ວຍ.
1. ກິລາດອກປີກໄກ່ ແຂ່ງຂັນທີ່ແຂວງບັກຈຽງ
ປະເພດຊາຍດ່ຽວ:
- ເວລາ 9:00 ໂມງ ພອນສັກ ໂຊກທະວີ ພົບກັບ Shun Yang Lee (MAS).
- ເວລາ 11:10 ໂມງ ວິຊຸນນະລາດ ພິຈິດ ພົບກັບ Khosit Phetpadab (THA) ມືວາງອັນດັບ 4 ຂອງລາຍການ
ປະເພດຄູ່ຊາຍ:
- ເວລາ10:15 ໂມງ ນາມບຸນ ຫຼວງອາມາດ ແລະ ດາວມີໄຊ ວໍລະສິງ ພົບ Peeratchai Sukphun ແລະ Pakkapon Teeraratsakul (THA).
- ເວລາ 15:10 ໂມງ ວິຊຸນນະລາດ ພິຈິດ ແລະ ບຸນປະເສີດ ວັນທານຸວົງ ພົບກັບ Leo Rolly Carnando ແລະ Daniel Marthin (INA) ມືວາງອັນດັບ 2 ຂອງລາຍການ
ປະເພດຄູ່ຍິງ:
- 11:10 ໂມງ ວິລະກອນ ກົມມະນີວັນ ແລະ ທີດາຈັນ ສີປະເສີດ ພົບ Eleanor Christine Inlayo ແລະ Ramos Susmita Angelique (PHI) ປະເພດຄູ່ປະສົມ:
- ເວລາ15:45 ໂມງ ດາວມີໄຊ ວໍລະສິງ ແລະ ວິລະກອນ ກົມມະນີວັນ ພົບ Hoo Pang Ron ແລະ Cheah Yee See (MAS) ມືວາງອັນດັບ 2 ຂອງລາຍການ. - ເວລາ 17:00 ໂມງ ບຸນປະເສີດ ວັນທານຸວົງ ແລະ ທິດາຈັນ ສີປະເສີດ ພົບກັບ Panitchaphon Teeraratsakul ແລະ Phataimas Muenwong (THA).
2. ກິລາຢີມນາສຕິກ (ໃນນະຄອນຫຼວງ ຮ່າໂນ້ຍ)
- ນາງ ແພວາ ມີຊາໂຕະ ພິລາພັນເດດ ລົງແຂ່ງຂັນຮອບຊີງຫຼຽນຄຳ ເວລາ 10:40 -11:35 ໂມງ (ນະຄອນຫຼວງ ຮ່າໂນ້ຍ).
3. ກິລາ ເປຕັງ ທີ່ສະໜາມເປຕັງ Hanoi National sport training Center (ໃນນະຄອນຫຼວງ ຮ່າໂນ້ຍ) - ຮອບຮອງຊະນະເລີດ ທີມຊຸດຍິງ ລາວ ພົບກັບ ກຳປູເຈຍ ແລະ ໄທ ພົບກັບ ຫວຽດນາມ ສ່ວນທີມຊຸດຊາຍ ລາວ ພົບກັບ ກຳປູເຈຍ ເວລາ ແລະ ໄທ ພົບກັບ ມາເລເຊຍ ເວລາ 13:30 ໂມງ.
4. ກິລາ ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ (ໃນນະຄອນຫຼວງ ຮ່າໂນ້ຍ)
- ທ້າວ ສຸລິໄຊ ໄຊຍະສານ ລາວ ພົບກັບ ສິງກະໂປ ໃນຮຸ່ນນໍ້າໜັກ -90 ກິໂລກຼາມ ແຂ່ງຂັນເວລາ 13:30 ໂມງ ຫາກຊະນະມື້ນີ້ ກໍໄດ້ເຂົ້າຮອບຮອງຊະນະເລີດ.
5. ກະຕໍ້ ທີມຊຸດຊາຍ ທີ່ສະໜາມກິລາ Hoang Mai Gymansium (ນະຄອນຫຼວງ ຮ່າໂນ້ຍ)
- ທີມຄູ່ຊາຍ ລາວ ພົບກັບ ມຽນມາ ເວລາ 9:00 ໂມງ ໃນຮອບຮອງຊະນະເລີດ
- ທີມຄູ່ຍິງ ລາວ ພົບກັບ ຫວຽດນາມ14:00 ໂມງ ໃນຮອບຊີງຫຼຽນເງິນ
6. ກິລາມວຍປໍ້າ (ໃນນະຄອນຫຼວງ ຮ່າໂນ້ຍ) ລາຍການ ຟຣີສະໄຕຊາຍ ລົງສະໜາມແຂ່ງຂັນ 4 ຮຸ່ນ ເວລາ 9:30 ໂມງ
- ບຸນທງນ ຮຸ່ນນໍ້າໜັກ 57 ກິໂລກຼາມ
- ວັນສະຫລອງ ຮຸ່ນນໍ້າໜັກ 65 ກິໂລກຼາມ
- ພອນຄຳ ຮຸ່ນນໍ້າໜັກ 74 ກິໂລກຼາມ
- ພອນໄຊ ພະຂັນໄຊ ຮຸ່ນນໍ້າໜັກ 125 ກິໂລກຼາມ
7. ກິລາກາຣາເຕໂດ (ໃນນະຄອນຫຼວງ ຮ່າໂນ້ຍ)
- ລາວ ພົບກັບ ອິນໂດເນເຊຍ ເວລາ 9:25-10:05 ໂມງ
8. ກິລາ ໂວວີນາມ (ໃນນະຄອນຫຼວງ ຮ່າໂນ້ຍ)
- ຟ້ອນດາບຄູ່ຍິງ, ປະເພດຕໍ່ສູ້ປ້ອງກັນຕົວ 60 ກິໂລກຼາມ ແລະ ຮອບຮອງຊະນະເລີດຍິງ ຮຸ່ນນໍ້າໜັກ 65 ກິໂລກຼາມ ທັງ 3 ລາຍການ ລົງແຂ່ງຂັນ ເວລາ 14:00 ໂມງ.
9. ກິລາສະນຸກເກີ (ໃນນະຄອນຫຼວງ ຮ່າໂນ້ຍ)
- ພູລດ່ຽວຊາຍ ຫົງສາວະດີ ວົງໄຊ ພົບກັບ Kok ken yung ມາເລເຊຍ ເວລາ 10:00 ໂມງ.
10. ກິລາ ອີສະປອດ (ໃນນະຄອນຫຼວງ ຮ່າໂນ້ຍ)
- ລາຍການ Pub G Mobile ເວລາ 15:00-21:00 ໂມງ
11. ກິລາລົດຖີບ ທີ່ແຂວງຮົວບິນ
- ລາຍການ ໄຄທິລ່ຽມ ຍິງ ແລະ ຊາຍ ເວລາ 9:00-12:00 ໂມງ
12. ກິລາເທັນນິດ ທີ່ສະໜາມກິລາແຂວງບັກນິງ - ລາຍການຊາຍດ່ຽວ ຮອບ 8 ຄົນສຸດທ້າຍ Mick Lescure Sadettan ນັກກິລາລູກສອດລາວ-ຝຣັ່ງ ພົບກັບ Eric Olivares ຈາກຟິລິບປິນ ເວລາ 11:00 ໂມງ.
ຂ່າວໂດຍ: ສົງການ ພັນແພງດີ
ສະໜັບສະໜູນການລາຍງານຂ່າວໂດຍ:
#ທະນາຄານຮ່ວມທຸລະກິດລາວ-ຫວຽດ
#ຜະລິດຕະພັນSting
#ຜະລິດຕະພັນRevive
#ສະມາຄົມນັກທຸລະກິດຮ້ານອາຫານລາວ
#ເຄື່ອງກິລາAI-Sport

