ພິທີ ມອບຮັບໄດ້ມີຂື້ນໃນວັນທີ 4 ພຶດສະພາ ທີ່ຜ່ານມາ ທີ່ຫ້ອງປະຊຸມ ຂອງຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດລາວ. ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປ້ອງກັນປະເທດ ທ່ານ ພຸດ ສີມມະລາວົງ ລັດຖະມົນຕີກະຊວງ ສືກສາທິການ ແລະ ກິລາ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ປະທານຄະນະກຳມະການໂອລີມປິກແຫ່ງຊາດລາວ ພ້ອມດ້ວຍຄະນະເຂົ້າຮ່ວມ ກາແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປະເທດເຈົ້າພາບຈັດໃຫ້ມີການແຂ່ງຂັນ 40 ປະເພດ ກິລາ ເລີ່ມແຂ່ງຂັນ ວັນທີ 12-23 ພຶດສະພາ 2022 ກຳນົດ 10 ຕົວເມືອງເປັນເຈົ້າພາບ ສຳລັບ ນັກກິລາທີມຊາດລາວເຂົ້າຮ່ວມແຂ່ງຂັນ 29 ປະເພດກິລາ ມີຈຳນວນຄະນະນຳ ກຳມະການ ຄູຝືກ ນັກກິລາ ເຂົ້າຮ່ວມ ຈຳນວນ 435 ຄົນ ແລະ ໃນໂອກາດນນີ້ ທາງບໍລິສັດເບຍລາວ ໃຫ້ການອຸປະຖຳ ລວມມູນຄ່າ 400 ລ້ານກີບ ໃຫ້ກຽດມອບໂດຍ ທ່ານ ຈັນສະຫມອນ ພອງຈັນທາ ຜູ້ອຳນວຍການຝ່າຍການຕະຫລາດ ຂອງບໍລັດ ເບຍລາວ ຈຳກັດ ໃຫ້ກຽດມອບ ແລະ ຕາງຫນ້າຮັບໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງ ສືກສາທິການ ແລະ ກິລາ ທັງເປັນຜູ້ຊີ້ນຳວຽກງານກິລາລາວ
ພາບໂດຍ: Johnnie Naitro
#ເຊຍລາວCheerlao2022
#Revive
#Sting
#ນຳ້ດື່ມກາຫົວເສືອ
#ບໍລິສັດ ອະພິມາສັງຫາລີມມະຊັບ ແລະ ອະສັງຫາລີມມະຊັບ
