ລາຍລະອຽດຂ່າວ
ນັກກິລາ ລາວພ້ອມແລ້ວທີ່ຈະເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ
ຂຽນເມື່ອ: 04/05/2022 18:05 | ໂດຍ: revive | ອ່ານ: 567 ຄັ້ງ

    ໃນຕອນບ່າຍຂອງວັນທີ 4 ພຶດສະພາ 2022, ທີ່ສະໂມສອນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີຖະແຫຼງຂ່າວຄະນະກິລາລາວເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມເປັນເຈົ້າພາບ.​ ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະກະຊວງປ້ອງກັນປະເທດ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການແລະກິລາ, ບັນດາທ່ານຮອງລັດຖະມົນຕີ, ທ່ານ ຮອງອະທິການບໍດີ, ບັນດາຫົວໜ້າກົມ, ຄະນະນຳຂອງສະຫະພັນກິລາ,​ ຕາງໜ້າຜູ້ອຸປະຖຳ ແລະ ນັກກິລາທີມຊາດປະເພດຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ
     ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງສຶກສາທິການແລະກິລາ ໄດ້ລາຍງານການກະກຽມຄວາມພ້ອມໃນການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ໂດຍ ລາວພວກເຮົາຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 29 ປະເພດກິລາ ປະກອບດ້ວຍ:​ເປຕັ້ງ,​ ບິນລ້ຽນ-ສະນຸກເກີ,​ ຄິກບ໋ອກຊິງ, ມວຍລາວ, ວູຊູ, ລົດຖີບ, ເທຄວັນໂດ, ມວຍສາກົນ, ກະຕໍ້,​ ປັນຈະສິລັດ, ຄາຣາເຕ, ຢູໂດ, ມວຍປ້ຳ, ຍິງທະນູ, ແລ່ນ-ລານ, ຍົກນ້ຳໜັກ, ວໍວີນາມ, ລອຍນ້ຳ, ບານເຕະ, ດອກປີກໄກ່, ​ເທັນນິສ, ບານສົ່ງຫາດຊາຍ, ກ໋ອຟ, ຢິມນາສຕິກ, ອີສະປອດ, ຍິງປືນ, ປິ່ງປ່ອງ, ເພາະກາຍ ແລະ ແດ້ນສະປອດ. ຜ່ານການຝຶກຊ້ອມດ້ວຍຄວາມເອົາໃຈໃສ່ ຂອງບັນດາສະຫະພັນກິລາປະເພດຕ່າງໆ ມາຮອດປະຈຸບັນແມ່ນມີຄວາມພ້ອມທີ່ຈະເຂົ້າຮ່ວມແຂ່ງຂັນຊີເກມໃນຄັ້ງນີ້ແລ້ວ.

     ຈາກນັ້ນທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດານັກກິລາແລະຄະນະນຳຈົ່ງພ້ອມກັນຕັດສິນໃຈເຂົ້າຮ່ວມການແຂ່ງຂັນດ້ວຍຄວາມເອົາໃສ່, ໂດຍສະເພາະແມ່ນ ນຳໃຈຮັກຊາດ ສູ້ຊົນສ້າງຜົນງານນຳກຽດຊື່ສຽງມາສູ່ປະເທດຊາດບ້ານເມືອງ,​ ປັນຫາສຳຄັນແມ່ນປັນຫາຈັນຍາບັນຂອງນັກກິລາ ແລະ ຄວາມຕັດສິນໃຈຂອງນັກກິລາທຸກຄົນເມື່ອເປັນຕົວແທນຂອງທີມຊາດແລ້ວຈົ່ງພ້ອມກັນແຂ່ງຂັນໃຫ້ສົມກຽດສັກສີທີ່ເປົນຕົວແທນຂອງປະເທດຊາດລົງແຂ່ງຂັນໃນເວທີສາກົນ.

     ພິທີດັ່ງກ່າວໄດ້ມີບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ໄດ້ໃຫ້ການອຸປະຖຳການເຂົ້າຮ່ວມແຂ່ງຂັນກິລາຂອງທີມຊາດລາວໃນຄັ້ງນີ້ປະກອບດ້ວຍ ບໍລິສັດ FBT ອຸປະຖຳ 666,380,000 ກີບ, ບໍລິສັດ ເບຍລາວ ອຸປະຖຳ 400,000,000 ກີບ, ກະຊວງປ້ອງກັນປະເທດ ອຸປະຖຳ 100,000,000 ກີບ ແລະ ບໍລິສັດອື່ນໆ ອີກຈຳນວນໜຶ່ງ.​ ນອກຈາກນັ້ນ ບໍລິສັດ ເບຍລາວຍັງຈະມອບເງິນໃຫ້ນັກກິລາຜູ້ທີ່ສາມາດຍາດໄດ້ຫຼຽນລາງວັນຈາກການແຂ່ງຂັນ ຫຼຽນຄຳ 10,000,000 ​ກີບ,​ ຫຼຽນເງິນ 7,000,000 ກີບ ແລະ ຫຼຽນທອງ 5,000,000 ກີບ.

ພາບໂດຍ: Johnnie Naitro