ລາຍລະອຽດຂ່າວ
ໂຄ໋ຊເອັບຊີ ຈັນທະບູລີ ຍອມຮັບຜົນງານຕົກຕໍ່າ ພ້ອມຈະເລັ່ງປັບປຸງຄວາມຄົມກອງໜ້າໄລ່ລ່າໄຊຊະນະ ຈາກ ເອສຣາ ເປບຊີ ລາວລີກ 1 ອາທິດນີ້
ຂຽນເມື່ອ: 20/04/2021 10:04 | ໂດຍ: ເພຣເມັກເກີ | ອ່ານ: 2070 ຄັ້ງ

       ທ່ານ ປະຈັກ ວຽງສົງ ໂຄ໋ຊຊາວໄທ ທັງເປັນຫົວໜ້າຄູຝຶກ ສະໂມສອນ ເອັບຊີ ຈັນທະບູລີ ຫຼື ຊື່ເກົ່າ ລາວ ໂຕໂຢຕ້າ ເອັບຊີ ດີກຣີແຊ໋ມລີກສູງສຸດຂອງປະເທດເຖິງ 5 ສະໄໝຊ້ອນ ເປີດເຜີຍຍອມຮັບຈາກຜົນງານທີ່ຕົກຕໍ່າ 2 ນັດຫຼ້າສຸດທີ່ສະເໝີທັງ 2 ນັດ ທັງໆທີ່ທີມຫຼິ້ນໄດ້ດີ ຊຶ່ງບັນຫາທີ່ຕ້ອງເລັ່ງປັບປຸງແມ່ນຈັງຫວະສຸດທ້າຍໃນການຍິງປະຕູ ຫຼື ຈົບສະກໍ ຫວັງຈະໄລ່ລ່າ 3 ແຕັມ ດ້ວຍການເປີດບ້ານຕ້ອນຮັບການມາເຢື່ອນຂອງສະໂມສອນ ເອສຣາ ເອັບຊີ ທີມທີ່ຟອມກຳລັງມາແຮງ ໃນວັນທີ 24 ເມສານີ້ ເວລາ 17:00 ໂມງ.

      ເອັບຊີ ຈັນທະບູລີ ລົງສະໜາມແຂ່ງຂັນລາຍການ ເປບຊີ ລາວລີກ 1 ລະດູການນີ້ ຍັງຫາໄຊຊະນະບໍ່ໄດ້ຈັກນັດ ໂດຍນັດທໍາອິດສະເໝີກັບ ວຽງຈັນ ເອັບຊີ 1-1 ປະຕູ ແລະ ນັດທີ 2 ກໍເຮັດໄດ້ພຽງສະເໝີກັບ ກອງທັບ ເອັບຊີ 1-1 ປະຕູ ລວມ 2 ນັດມີພຽງ 2 ຄະແນນ ເປັນອັນດັບທີ 4 ຂອງຕາຕະລາງ. ຂະນະທີ່ ໃນວັນທີ 24 ເມສາ 2021 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ເອັບຊີ ຈັນທະບູລີ ກໍມີຄິວເປີດບ້ານຕ້ອນຮັບມາເຢື່ອນຂອງສະໂມສອນ ເອສຣາ ເອັບຊີ ທີ່ລົງສະໜາມສອງນັດ ຊະນະ 1 ນັດ ແລະ ເສຍ 1 ນັດ ໂດຍສະເພາະນັດຫຼ້າສຸດ ໂຊຟອມຮ້ອນແຮງບຸກໄລ່ເອົາຊະນະ ກອງທັບ 2-1 ປະຕູ.

      ທ່ານ ປະຈັກ ວຽງສົງ ຫົວໜ້າຄູຝຶກຂອງ ເອັບຊີ ຈັນທະບູລີ ກ່າວວ່າ: ຢ່າງທີ່ເຫັນໆໃນ 2 ນັດທີ່ຜ່ານມາພວກເຮົາເຮັດໄດ້ດີ ໂດຍສະເພາະນັດຫຼ້າສຸດພວກເຮົາມີຈັງຫວະການຍິງປະຕູຫຼາຍກວ່າ 10 ຄັ້ງ ແຕ່ບໍ່ສາມາດເປັນປະຕູໄດ້ ແລະ ກໍພາດຈົນເສຍປະຕູ. ຢ່າງໃດກໍຕາມ, ພວກເຮົາຕ້ອງກັບໄປແກ້ໄຂຂໍ້ບົກຜ່ອງໃນການຈົບສະກໍ ສ່ວນຮູບເກມຖືວ່າສາມາດຫຼິ້ນໄດ້ດີ ພຽງແຕ່ຕ້ອງເລັ່ງເສີມການເດີນເກມໃຫ້ຕໍ່ເນື່ອງຢ່າງມີປະສິດທິພາບ. ແນວໃດກໍຕາມ, ເລື່ອງການເສີມທັບໃນຮອບຕໍ່ໄປກໍຕ້ອງເບິ່ງທາງຝ່າຍບໍລິຫານກັນຕໍ່ ຊຶ່ງເວລານີ້ຕ້ອງພະຍາຍາມພັດທະນານັກກິລາທີ່ມີຢູ່ໃຫ້ທີມເດີນຕາມເປົ້າໝາຍໃຫ້ໄດ້ ແລະ ແນ່ນອນນັດຕໍ່ໄປພວກເຮົາຈະພົບກັບ ເອສຣາ ເອັບຊີ ກໍຈະພະຍາຍາມເຮັດໃຫ້ສຸດຄວາມສາມາດ ຫວັງຈະເກັບ 3 ຄະແນນໃຫ້ໄດ້ ເພື່ອຮຽກສັດທາແຟນບານຂອງ ເອັບຊີ ຈັນທະບູລີ ຄືນກັບມາ ແຕ່ກໍໜັກໃຈຢູ່ ເພາະ ເອສຣາ ເອັບຊີ ເປັນທີມທີ່ດີມີລະບຽບວິໄນ, ມີລະບົບແຜນຫຼິ້ນເປັນມືອາຊີບ, ມີພະລັງນັກເຕະໄວໜຸ່ມຫຼາຍຄົນ ແລະ ເປັນທີມມຸ່ງໝັ້ນໃນໄຊຊະນະ ສະນັ້ນ ພວກເຮົາຈະບໍ່ປະມາດຢ່າງເດັດຂາດ.

ໂດຍ: ປາກກາຄຳ