ພາຍໃນປີ 2021ນີ້ ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ຈະພະຍາຍາມສ້າງຄູຝຶກສາຍເລືອດໃໝ່ໃຫ້ໄດ້ເຖິງ 665 ຄົນ ຈາກ 4 ລະດັບ ກໍຄື ຄູຝຶກ ລະດັບ ເອ ລາຍເຊັນ, ບີ ລາຍເຊັນ, ຊີ ລາຍເຊັນ ແລະ ດີ ລາຍເຊັນ ເພື່ອສົ່ງເສີມກາ່ນພັດທະນາວົງການກິລາບານລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນກວ່າເກົ່າ ແນໃສ່ສ້າງການແຂ່ງຂັນລາຍການຕ່າງໆ ໂດຍສະເພາະ ລາວລີກ 1 ແລະ ລາວລີກ 2 ກ້າວສູ່ການເປັນມືອາຊີບໃນອະນາຄົດ.
ຕາມການໃຫ້ສຳພາດຂອງທ່ານ ກັນລະຍາ ສີສົມຫວັງ ອະດິດນັກກິລາເຕະບານທີມຊາດລາວ ທັງເປັນຫົວໜ້າໜ່ວຍງານພັດທະນາບານເຕະຂັ້ນພື້ນຖານ ຂອງພະແນກເຕັກນິກວິທະຍາ ສຕລ ລາຍງານໃຫ້ຮູ້ວ່າ: ໂຄງການຝຶກອົບຮົມຍົກລະດັບຄູຝຶກຂອງສະຫະພັນບານເຕະແຫ່ງຊາດລາວ ແມ່ນໄດ້ເລີ່ມຕົ້ນດຳເນີນໂຄງການຝຶກອົບຮົມຄູຝຶກບານເຕະມາແຕ່ປີ 2015 ເປັນຕົ້ນມາ ສະເພາະປີນີ້ ສະຫະພັນບານເຕະອາຊີ ຫຼື ເອເອັບຊີ ແມ່ນໄດ້ກຳນົດ ເອ ລາຍເຊັນ ແລະ ບີ ລາຍເຊັນ ແມ່ນ ເອເອັບຊີ ເປັນຜູ້ຮັບຜິດຊອບຖ່າຍທອດຄວາມຮູ້ຄວາມສາມາດໃຫ້ສະເພາະ ສ່ວນ ລະດັບ ຊີ ລາຍເຊັນ ແລະ ດີ ລາຍເຊັນ ແມ່ນສະຫະພັນບານເຕະແຫ່ງຊາດ ເປັນເຈົ້າການ. ເຖິງຢ່າງໃດກໍດີ, ສຳລັບແຜນການຝຶກອົບຮົມຄູຝຶກ ຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2021ນີ້ ຈະພະຍາຍາມສ້າງຄູຝຶກສາຍເລືອດໃໝ່ໃຫ້ໄດ້ທັງໝົດ 665 ຄົນ ຈາກ 4 ລະດັບ ເພື່ອເປັນການສົ່ງເສີມກາ່ນພັດທະນາວົງການກິລາບານລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວດີຂຶ້ນກວ່າເກົ່າ ແນໃສ່ສ້າງການແຂ່ງຂັນລາຍການຕ່າງໆ ໂດຍສະເພາະ ການແຂ່ງຂັນ ລາວລີກ 1 ແລະ ລາວລີກ 2 ກ້າວສູ່ການເປັນມືອາຊີບໃນອະນາຄົດ ໃຫ້ໄດ້ໄວທີ່ສຸດຢ່າງສຸດຄວາມສາມາດ.
ສຳລັບເປົ້າໝາຍໃນການຈັດຝຶກອົບຮົມຄູຝຶກລະດັບ A ລາຍເຊັນ ແມ່ນຈະໃຫ້ໄດ້ ຈຳນວນ 1 ຄັ້ງ ແລະ ກຳນົດນັກສໍາມະນາກອນ ຈຳນວນ 25 ຄົນ ຄາດວ່າຈະຈັດຂຶ້ນເດືອນກໍລະກົດນີ້, ຈະຈັດຝຶກອົບຮົມຄູຝຶກລະດັບ B ລາຍເຊັນ ໃຫ້ໄດ້ 1 ຄັ້ງ ກຳນົດນັກສໍາມະນາກອນທັງໝົດ 25 ຄົນ ຄາດວ່າຈະຈັດຂຶ້ນທ້າຍເດືອນພະຈິກ ຫຼື ຕົ້ນເດືອນທັນວາ, ຈະຈັດຝຶກອົບຮົມຄູຝຶກລະດັບ C ລາຍເຊັນ ຈຳນວນ 3 ຄັ້ງ ກຳນົດນັກສໍາມະນາກອນ 75 ຄົນ ຄາດວ່າຈະຈັດຂຶ້ນເດືອນກຸມພານີ້ ແລະ ຈະຈັດຝຶກອົບຮົມຄູຝຶກບານຂັ້ນພື້ນຖານ ລະດັບ D ລາຍເຊັນ ຢູ່ທີ່ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເປົ້າໝາຍຈໍານວນນັກສໍາມະນາກອນເຂົ້າຮ່ວມ 540 ຄົນ ຄາດວ່າຈະຈັດເດືອນມີນານີ້ ເປັນຕົ້ນໄປ. ແນວໃດກໍຕາມ, ປັດຈຸບັນ ສະຫະພັນບານເຕະແຫ່ງຊາດລາວ ມີຄູຝຶກລະດັບ A ລາຍເຊັນແລ້ວ ຈຳນວນ 6 ຄົນ (ຍິງ 2 ທ່ານ ), ຄູຝຶກລະດັບ B ລາຍເຊັນ ມີ 40 ທ່ານ (ຍິງ 2 ທ່ານ), ຄູຝຶກລະດັບ C ລາຍເຊັນ ມີ 105 ທ່ານ (ຍິງ 11 ທ່ານ) ແລະ ຄູຝຶກລະດັບ D ລາຍເຊັນ ມີ 1,456 ທ່ານ (ຍິງ 34 ທ່ານ).
ໂດຍ: ປາກກາຄຳ
