ລາຍລະອຽດຂ່າວ
ປີໂປ້ ຜູ້ຮັກສາປະຕູທີ່ມີດີທັງໜ້າຕາແລະຄວາມສາມາດ
ຂຽນເມື່ອ: 31/07/2020 12:07 | ໂດຍ: ເພຣເມັກເກີ | ອ່ານ: 3476 ຄັ້ງ

       ໃນນັດເປີດສະໜາມລາວລີກ 1 ໃນຄູ່ແຂ່ງຂັນລະຫວ່າງ ຊ້າງນ້ອຍ ພົບກັບ ເອສຣາ ເຊິ່ງຜົນປະກົດວ່າຈົບເກມທັງ ຄູ່ສະເໝີກັນໄປ 1-1. ແຕ່ໃນເກມສັງເກດໄດ້ວ່າທຸກຄັ້ງທີ່ຜູ້ຮັກສາປະຕູຂອງເອສຣາ ທີ່ມື້ນັ້ນໂຊຜົນງານໄດ້ດີ ແລະອອກລີລາງາມໆ ໃນການສະກັດບານຫຼາຍຄັ້ງຈະມີສຽງກີດຮ້ອງເຊຍ ຂອງສາວໆ ກອງເຊຍຢູ່ຂອບສະໜາມເປັນໄລຍະໆ. ເມື່ອຈົບເກມນັກຂ່າວມີໂອກາດໄດ້ສຳພາດນັກກິລາຄົນດັ່ງກ່າວຈິ່ງໄດ້ຄຳຕອບ ເຊິ່ງນອກຈາກຈະຝີມືດີແລ້ວຍັງມີໜ້າຕາທີ່ດີບໍ່ນ້ອຍໜ້າ(ສາມາດເປັນນາຍແບບໄດ້ສະບາຍ)

      ມື້ນີ້ Laosportnews ຈະມາເຈາະຂໍ້ມູນຂອງ ຈັນທະວີໄຊ ທຽບອານົງ ຫຼື ປີໂປ້ ຜູ້ຮັກສາປະຕູມື 1 ຂອງສະໂມສອນເອສຣາ ຂວັນໃຈກອງເຊຍສາວໆ ເຈົ້າຂອງຄວາມສຸງ 174 Cm, ປີໂປ ເກີດເມື່ອວັນທີ 9 ພຶດສະພາ 2004 ເປັນລູກຊາຍຫຼ້າໃນຄອບຄົວທີ່ມີເອື້ອຍນ້ອງຮ່ວມກັນທັງໝົດ 3 ຄົນ(ເອື້ອຍ 2​ຄົນ), ເກີດທີ່ບ້ານ ຈອມແຈ້ງ ເມືອງທ່າແຂກ ແຂວງຄຳມ່ວນ. ປະຈຸບັນກຳລັງຮຽນຢູ່ ຊັ້ນ ມ7 ໂຮງຮຽນ ມສ ນາຊາຍທອງ, ເລີ່ມຫຼິ້ນກິລາບານເຕະຕັ້ງແຕ່ ອາຍຸ 10 ປີ.

      ເມື່ອສູນເອສຣາລົງໄປຄັດເລືອກນັກກິລາຢູ່ແຂວງຄໍາມ່ວນ ປີໂປ້ ກໍ່ຖືກຄັດເລືອກແລະໄດ້ຍ້າຍມາຢູ່ໃນຮົ້ວຝຶກແອບຂອງສູນເອສຣາ ຕັ້ງແຕ່ ມ 1 ຫຼື 7 ປີກ່ອນ, ປີໂປ້ ກ່າວຕໍ່ Laosportnews ວ່າ ສູນເອສຣາ ເປັນບ່ອນທີ່ມີລະບຽບວິໄນ, ເປັນບ່ອນທີ່ສິດສອນ ແລະໃຫ້ແນວທາງໃນການໃຊ້ຊີວິດທີ່ດີຫຼາຍ. ປີໂປ້ ສ້າງຜົນງານໃຫ້ກັບ ທີມ ເອສຣາ ດ້ວຍການພາທີມຄວ້າແຊ້ມ U15 ທີສະຫະພັນບານເຕະແຫ່ງຊາດລາວຈັດຂຶ້ນ ນອກຈາກນັ້ນ ປີໂປ້ ຍັງໄດ້ຕິດທີມຊາດ U15 ແລະ U19 ອີກດ້ວຍເຖິງແມ່ນວ່າປະຈຸບັນເຂົາເອງຫາກໍ່ມີອາຍຸພຽງ 16 ປີ.

      ນັກກິລາທີ່ ປີໂປ້ ຖືເອົາເປັນຕົ້ນແບບ ແລະ ເປັນຂວັນໃຈຂອງເຂົາແມ່ນ ເດວິດ ເດເກອາ ຂອງທີມແມນເຊສເຕີຢູໄນເຕັດ ສ່ວນນັກເຕະໃນລາວ ແມ່ນ ສຸກທະວີ ສູນດາລາ ຂອງສະໂມສອນລາວໂຕໂຢຕ້າ.

      ເປົ້າໝາຍສູງສຸດໃນສາຍອາຊີບນັກເຕະບານ ຂອງເຂົາແມ່ນຕ້ອງການຢາກໄປຫຼິ້ນໃນໄທລີກ, ສ່ວນສາຍວິຊາຊີບທີ່ຢາກຮຽນຕໍ່ແມ່ນຢາກຮຽນກ່ຽວກັບກິລາ.

      ປີໂປ ຝາກບອກວ່າຢາກຂໍຂອບໃຈແຟນບານທີ່ຕິດຕາມ ແລະໃຫ້ກຳລັງໃຈ ຂ້າພະເຈົ້າຕະຫຼອດມາ ສິ່ງດຽວທີ່ຈະຕອບແທນແຟນບານໄດ້ກໍ່ຄືກັນຈະເຮັດໃຫ້ຜົນງານອອກມາດີທີ່ສຸດໃນການລົງສະໜາມທຸກຄັ້ງ

       ນີ້ຄືອີກ 1 ດາວເດັ່ນໃນວົງການບານເຕະຂອງບ້ານເຮົາຖ້າບັນດາທ່ານຫຼືແຟນບ້ານຕ້ອງການໃຫ້ພວກເຮົາໄປເຈາະຂໍ້ມູນຂອງນັກເຕະຄົນໃດກໍ່ສາມາດສົ່ງຂ່າວຫາພວກເຮົາໄດ້ ທາງແຟນເພສ laosportnews

 

ໂດຍ: ນັກຂ່າວເງົາ

ພາບຈາກ: Khanthaly Noy Tatideth