ລາຍລະອຽດຂ່າວ
ວຽງຈັນ FC ຍິງອອກນຳ 3 ປະຕູແຕ່ບໍ່ສາມາດເກັບ 3 ແຕ້ມທຳອິດໃນລີກ ສູງສຸດ
ຂຽນເມື່ອ: 19/07/2020 13:07 | ໂດຍ: ເພຣເມັກເກີ | ອ່ານ: 2351 ຄັ້ງ

      ການແຂ່ງຂັນບານເຕະແປັບຊີລາວລີກ 1 ເຂົ້າສູ່ອາທິດທີ 2, ໃນວັນເສົາວັນທີ 18/07/2020 ທີ່ສະໜາມກິລາແຫ່ງຊາດຫຼັກ 16(ສະໜາມນອກ) ເປັນການພົບກັນຂອງ 2 ທີມນ້ອງໃໝ່ ວຽງຈັນ FC(ສະໂມສອນຈາກແຂວງວຽງຈັນ) ພົບກັບ ສະໂມສອນ ວຽງຈັນ FT. ໂດຍອາທິດຜ່ານມາ ວຽງຈັນ FC ພາດທ່າເສຍໃຫ້ ປກສ ແບບວຸດວິດ 1-2​ ປະຕູ ສ່ວນ ວຽງຈັນ FT ນັດນີ້ເປັນການແຂ່ງຂັນນັດທຳອິດ.

      ພໍແຕ່ສຽງໝາກວີດໃຫ້ສັນຍານເລີ່ມເກມການແຂ່ງຂັນທັງ 2 ທີມເລີ່ມເກມດ້ວຍຄວາມລະມັດລະວັງ ພະຍາຍາມຄອງບານຢູ່ແດນຂອງຕົນເອງ ແລ້ວ ອາໃສບານຍາຍໂຍນໃຫ້ ກອງໜ້າ ແລະປີກ ຂອງຕົນເອງແລ່ນຂຶ້ນໄປສ້າງສັນເກມບຸກ ແຕ່ໂອກາດທຳອິດຂອງເກມກໍ່ເປັນຂອງ ທີມວຽງຈັນ FC ເມື່ອກອງຫຼັງຂອງ ວຽງຈັນ FT ຖືກຜູ້ຫຼິ້ນໝາຍເລກ 21 ເດດອັກສອນ ໄຊສະໜິດ ຍາດບານໄດ້ ຄາຕີນ ແລ້ວ ລາກລົບກອງຫຼັງອີກໜຶ່ງຄົນ ຫຼຸດເຂົ້າໄປເຖິງໜ້າກອບເຂດໂທດແລ້ວຊັດຢ່າງບັນຈົງ ແຕ່ຖືກຜູ້ຮັກສາປະຕູ ຂອງວຽງຈັນ FT ປັດອອກໄປໄດ້ ເກມດຳເນີນມາຮອດນາທີ ທີ 12 ເປັນ ວຽງຈັນ FC ອາໃສຈັງຫວະ ສວນກັບ ແທງບານທະລຸ ກອງຫຼັງຂອງ ວຽງຈັນ FT ທີ່ພາກັນດັນຂຶ້ນສູງ ແລະກໍ່ເປັນ ພຸດທະວົງ ໄມພອນ ອາໃສຄວາມໄວ ແລ່ນສອດເຂົ້າໄປຍິງໃນກອບເຂດໂທດ ເຖິງຈະຖືກຜູ້ຮັກສາປະຕູຂອງ ວຽງຈັນ FT ປັດໄດ້ແຕ່ດ້ວຍຄວາມແຮງ ແລະ ທິດທາງຂອງບານເຮັດໃຫ້ບານພຸ່ງເຂົ້າກົ້ນຕາໜ່າງຢ່າງສວຍງາມ ເຮັດໃຫ້ວຽງຈັນ FC ອອກນຳ 1-0. ຫຼັງຈາກນັ້ນທັງ 2 ທີມກໍ່ຍັງເປີດເກມບຸກເຂົ້າໃສ່ກັນຈົນຮອດ ນາທີທີ 23 ວຽງຈັນ FC ມາໄດ້ຟຣີຄິກໜ້າກອບເຂດໂທດ ເປັນ ສຸກພະຈັນ ເລືອນທາລາ ຮັບໜ້າທີ່ສັງຫານ ບານຂ້າມກຳແພງແລ້ວພຸ່ງບຽດເສົາເຂົ້າໄປຢ່າງສວຍງານ ຊະນິດທີ່ວ່າ ຜູ້ຮັກສາປະຕູໄດ້ແຕ່ໃຊ້ສາຍຕາປ້ອງກັນ. ຍັງບໍ່ພໍເທົ່ານັ້ນ ອີກ 10 ນາທີຕໍ່ມາ ສຸກພະຈັນ ຄົນເດີມສາມາດຕັດບານຈາກຄວາມຜິດພາດຂອງກອງຫຼັງ ວຽງຈັນ FC ທີ່ມື້ນີ້ຂ້ອນຂ້າງຈະພາດງ່າຍໃນພື້ນທີ່ສຳຄັນເຮັດໃຫ້ ສຸກພະຈັນ ຫຼຸດເຂົ້າໄປໃນກອບເຂດໂທດຫັກລົບ ຜູ້ຮັກສາປະຕູແລ້ວຍິງເຂົ້າໄປແບບງ່າຍໆ ເຮັດໃຫ້ ແຂວງວຽງຈັນ ອອກນຳ 3-0 ລັງຈາກນັ້ນທັງ 2 ທີມບໍ່ສາມາດຍິງປະຕູເພີ່ມໄດ້ ຈົບເຄິ່ງເວລາທີ1 ວຽງຈັນ FC ອອກນຳແບບສະກໍຂ້ອນຂ້າງຮ່າງ 3-0.

      ເຂົ້າສູ່ເຄິ່ງເວລາທີ 2 ປຽບເໝືອນໜັງມ້ວນເກົ່າໃນນັດທຳອິດຂອງວຽງຈັນ FC ກັບມາຫຼອກຫຼອນອີກຄັ້ງ ພຽງແຕ່ 6 ນາທີ່ຫຼັງເລີ່່ມການແຂ່ງຂັນໃນເຄິ່ງເວລາທີ 2 ວຽງຈັນ FT ກໍ່ໄລ່ມາເປັນ 1-3 ຈາກຈັງຫວະທີ່ພວກເຂົາໄດ້ ຟຣີຄິກຈາກຂ້າງສະໜາມແລ້ວເປັນ ໄວທະຍາ ຜູ້ຫຼິ້ນໝາຍເລກ 17 ເປີດຟຣີຄິກເຂົ້າໜ້າປະຕູແລ້ວບານມາເຂົ້າທາງ ສອນໄຊ ພັນທະໄຊ ຍິງຈໍ່ໆ ເຂົ້າໄປ, ສະຖານະການຂອງ ວຽງຈັນ FC ຍັງບໍ່ຟື້ນ ເພື່ອວຽງຈັນ FT ເລີ່ມເຫັນຈຸດອ່ອນທາງດ້ານ ແບັກຊ້າຍຂອງຄູ່ຕໍ່ສູ້ ກໍ່ໄດ້ໂຈມຕີ ທາງປີກຂວາອີກຄັ້ງ ໂດຍການລາກບ້ານ ຂອງ ຄູນພານິດ ພາລະກິດ ປີກຂອງທີມແລ້ວຫັກລົບກອງຫຼັງ ຂອງວຽງຈັນ FC 1 ຈັ່ງວະກ່ອນຈ່າຍບານຍັດເຂົ້າກາງ ບານມາເຂົ້າທາງ ໄວທະຍາ ຊັດຈໍ່ໆ ເຂົ້າໄປ ເຮັດໃຫ້ສະຖານະການຕອນນີ້ ວຽງຈັນ FT ຈີ້ເຂົ້າມາເຂົ້າ 2-3. ກ່ອນຈົບເກມ 7 ນາທີ ວຽງຈັນ FT ມາໄດ້ ປະຕູຕີສະເໝີຈົນໄດ້ ຈາກຈັງຫວະສວນກັບ ໄວຈາກແດນຂອງຕົນເອງ ໂດຍເປັນ ທັດສະພອນ ສີສຸກ ຍິງເຂົ້າໄປ ເຮັດໃຫ້ ເກມສະເໝີກັນ 3-3 ເຊິ່ງມາຮອດນາທີ່ສັງເກດເຫັນໄດ້ວ່າ ທີມບານເຕະຈາກແຂວງວຽງຈັນ ພາລະກຳລັງໄດ້ຕົກລົງຢ່າງເຫັນໄດ້ຊັດເຈນ. ແຕ່ເກມທີ່ເຫຼືອບໍ່ມີປະຕູເພີ່ມຂຶ້ນ ຈົບເກມສະເໝີກັນໄປ 3-3​ ແບບເບິ່ງໜັງຄົນລະມ້ວນລະຫວ່າງເຄິ່ງເວລາທີ 1 ແລະ ເຄິ່ງເວລາທີ 2.

      ຈາກຜົນການແຂ່ງຂັນໃນນັດນີ້ ວຽງຈັນ FC ຕ້ອງໄດ້ປັບປຸງການຫຼິ້ນໃນເຄິງເວລາທີ 2 ແລະ ເລື່ອງພະລະກຳລັງ ເພາະທັງ 2 ນັດທີ່ຜ່ານມາ ໃນ 45 ນາທີທຳອິດພວກເຂົາສາມາດເຮັດໃຫ້ທີມຂອງຄູ່ຕໍ່ສູ້ພົບປັນຫາມາແລ້ວ ແລະສາມາດຂຶ້ນນຳໄດ້ຢ່າງສະບາຍໆ ແຕ່ເຂົ້າສູ່ເຄິ່ງເວລາທີ 2 ອາດຈະເປັນຜົນຈາກການເດີນທາງໄລຍະໄກ ບວກກັບຄວາມຝິດຂອງນັກກິລາເຮັດໃຫ້ພວກເຂົາເກັບໄດ້ພຽງ 1 ຄະແນນຈາກ 2 ​ນັດ. ສ່ວນວຽງຈັນ FT ທີມທີ່ເຕັມໄປດ້ວຍນັກເຕະພະລັງໜຸ່ມ ຕ້ອງໄດ້ເອົາໃຈໃສ່ເລື່ອງສະມາທິໃນການແຂ່ງຂັນເພາະ ການເສຍ 2 ປະຕູ ຈາກຈັງວະຜິດພາດໜ້າກອບເຂດໂທດ ຈົນນຳມາສູ່ການເສຍປະຕູເປັນບັນຫາສຳຄັນທີ່ຄູຝຶກທັງ 2 ທີມຈະຕ້ອງໄດ້ແກ້ໄຂ.

ໂດຍ: ນັກຂຽນເງົາ

ພາບຈາກ: Khanthaly Noy Tatideth